ສີສັດຕະນາກ ສືບຕໍ່ເຄື່ອນໄຫວວຽກງານປ້ອງກັນໂຄວິດ-19

    ໃນວັນທີ 27 ກັນຍາ 2021 ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງສີສັດຕະນາກ ນຳໂດຍທ່ານ ບຸນສົມ ລຳໂຂງ ຫົວໜ້າຄະນະໂຄສະນາ ອົບຮົມເມືອງສີສັດຕະນາກ ທັງເປັນຫົວໜ້າອະນຸກຳມະການໂຄສະນາຂະບວນການ ແລະ ຍ້ອງຍໍ ໃນການຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ເມືອງສີສັດຕະນາກ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

    ໂອກາດນີ້ ທ່ານ ບຸນສົມ ລໍາໂຂງ ໄດ້ໃຫ້ສໍາພາດວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທາງຄະນະສະເພາະກິດຂັ້ນເມືອງພວກເຮົາໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໃນວັນທີ 27 ກັນຍາ 2028 ທາງຄະນະພວກເຮົາໄດ້ລົງເຄື່ອນໄຫວປະຕິບັດໜ້າທີ່ລົງໂຄສະນາປະສາສຳພັນ ຕາມຈຸດຕ່າງໆ.

     ໄດ້ລົງໄປເກັບຕົວຢ່າງ ສີດຢາຂ້າເຊື້ອຢູ່ໂຮງງານກຽນວິໄລ ບ້ານສະພານທອງເໜືອ ສ້າງເຫວີຍ ແລະ ບ້ານບຶງຂະຫຍອງ ພ້ອມທັງເຄື່ອນໄຫວໂຄສະນາປະສາສຳຜັດຕາມໂຮງງານ ແລະ ຈຸດຕ່າງໆພາຍໃນເມືອງ ພ້ອມທັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວເມືອງສີສັດຕະນາກ ຈົ່ງເພີ່ມທະວີເອົາໃຈໃສ່ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ບໍ່ຈຳເປັນບໍ່ໃຫ້ອອກຈາກເຮືອນ ກັກຕົວເອງ ໂດຍສະເພາະພະນັກງານກຳມະກອນຢູ່ຕາມໂຮງຈັກໂຮງງານທີ່ມີຄວາມສ່ຽງ ໃຫ້ກັກຕົວເອງ ຂໍຄວາມຮ່ວມມືກັບການຈັດຕັ້ງພາຍໃນໂຮງຈັກໂຮງງານ ໃຫ້ການຮ່ວມມືປະສານສົມທົບກັບຄະນະສະເພາະຂອງພວກ ເຮົາ ເພື່ອໄປເຜີຍແຜ່ແນະນຳຜົນຮ້າຍ ຄວາມອັນຕະລາຍ ແລະ ມາດຕະການປ້ອງກັນ ມີສະຕິເປັນເຈົ້າ ການບໍ່ໃຫ້ຢ້ານກົວເກີນເຫດ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະການຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ດັງ ໜັ່ນລ້າງມືດ້ວຍສະບູ ແລະ ເຈວລ້າງມື ທີ່ສໍາຄັນ ບໍ່ຈຳເປັນບໍ່ອອກຈາກເຮືອນ ດູແລຮັກສາສຸຂະພາບຕົນເອງ.

   # ຂ່າວ – ພາບ :  ບຸນມີ

error: Content is protected !!