ມສ ວຽງຈັນ ປະເມີນຜົນການຮຽນ-ການສອນທາງອອນລາຍ

    ວັນທີ 27 ກັນຍາ 2021 ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ຈັດກອງປະຊຸມ ຜ່ານທາງອອນລາຍ ກັບພະນັກງານຄູສອນ ເພື່ອຖອດຖອນບົດຮຽນ ການຮຽນ-ການສອນ ທາງອອນລາຍ ລະຫວ່າງວັນທີ 20-24 ກັນຍາ 2021 ຜ່ານມາ ພ້ອມທັງປຶກສາຫາລືດ້ານດີ ດ້ານອ່ອນ ບັນດາຊ່ອງທາງຕ່າງໆໃນການສິດສອນຮ່ຳຮຽນໃນແຕ່ລະວິຊາ ເພື່ອຫາທາງແກ້ໄຂໃຫ້ທັນການ ສອດຄ່ອງກັບເງື່ອນໄຂ ສະພາບຄວາມເປັນຈິງໃນປັດຈຸບັນ.

    ທ່ານ ທອງພັນ ອຸໄລທອນ ຮັກສາການຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ແຈ້ງໃຫ້ຊາບວ່າ: ຜ່ານການສິດສອນ-ຮ່ຳຮຽນຜ່ານທາງອອນລາຍໃນອາທິດຜ່ານມາ ໂດຍລວມເຫັນວ່າສາມາດດຳເນີນໄປ ຢ່າງມີປະສິດທິຜົນ ສາເຫດຍ້ອນມີບົດຮຽນໃນປີຜ່ານມາ ບວກກັບຄູ-ອາຈານ ສ່ວນໃຫຍ່ແມ່ນໄດ້ຜ່ານການເຝິກອົບຮົມ ມີການກຽມຄວາມພ້ອມຮອບດ້ານກ່ອນການສິດສອນຕົວຈິງ.

    ໄປຄຽງຄູ່ກັບຈຸດດີດັ່ງກ່າວ ແຕ່ກໍຍັງມີບາງບັນຫາ ເປັນຕົ້ນ ລະບົບສັນຍານທາງອິນເຕີເນັດບາງຄັ້ງບໍ່ດີ ເທົ່າທີ່ຄວນ ບວກກັບອຸປະກອນຮັບໃຊ້ຂອງນັກຮຽນບາງຄົນຍັງບໍ່ຄົບຖ້ວນສົມບູນ ແລະ ບາງຄອບຄົວກໍຍັງ ພົບບັນຫາທາງດ້ານໂທລະສັບສະມາດໂຟນບໍ່ພຽງພໍ ແຕ່ທາງຄະນະຄູ-ອາຈານ ຍັງຫາຊ່ອງທາງເພື່ອໃຫ້ ນັກຮຽນໄດ້ຮັບການຮຽນຢ່າງທົ່ວເຖິງ ພ້ອມນີ້ ຍັງໄດ້ເນັ້ນໃນເວລາສອນ ຄູຕ້ອງເອົາໃຈໃສ່ໃຫ້ນັກຮຽນມີສ່ວນຮ່ວມໃຫ້ຫຼາຍຂຶ້ນ ມີການບັນທຶກການຂາດຂອງນັກຮຽນ ແລະ ຫາວິທີຊ່ວຍເຫຼືອນັກຮຽນທີ່ບໍ່ສາມາດເຂົ້າຮຽນໄດ້ ເພື່ອໃຫ້ສາມາດປະຕິບັດໂຄງການຫຼັກສູດການຮຽນໃຫ້ຄົບຖ້ວນທົ່ວເຖິງ ຮັບປະກັນການຮຽນ-ການສອນໃຫ້ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍ.

   # ຂ່າວ – ພາບ :  ບຸນມີ

error: Content is protected !!