ຊົມເຊີຍນ້ຳໃຈເສຍສະຫຼະອັນສູງສົ່ງໃນຍາມວິກິດໂຄວິດ-19

    ການບໍລິຈາກ ແລະ ຮັບບໍລິຈາກເລືອດໃນສະພາບການລະບາດໂຄວິດ-19 ຖືເປັນບັນຫາຫຍຸ້ງຍາກຫຼາຍ ເຖິງແມ່ນວ່າທາງສູນຮັບບໍລິຈາກເລືອດ ຈະມີມາດຕະການປ້ອງກັນໂຄວິດ-19 ທີ່ຮັບປະກັນຄວາມປອດໄພໄດ້ ແຕ່ຜູ້ຈະໄປບໍລິຈາກເລືອດກໍພົບຄວາມຫຍຸ້ງຍາກໃນການເດີນທາງໄປ-ມາ ເພື່ອບໍລິຈາກ ແມ່ນແຕ່ພະນັກງານຂອງສູນເລືອດເອງ ຈະອອກໄປປະຕິບັດໜ້າທີ່ກໍພົບບັນຫາເຊັ່ນກັນ ເຊັ່ນ: ບໍ່ມີຜູ້ໃຫ້ການບໍລິຈາກເລືອດ ຕາມສະຖານທີ່ສຳນັກງານອົງການ ແລະ ສະຖາບັນການສຶກສາກໍປີດ.

    ແຕ່ໃນທາງກັບກັນ ຄົນເຈັບທີ່ປີ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ທັງສູນກາງ ແຂວງ ທ້ອງຖິ່ນ ພັດຕ້ອງການຊົມໃຊ້ເລືອດເປັນຈຳນວນຫຼວງຫຼາຍໃນແຕ່ລະວັນ ຈຶ່ງເຮັດໃຫ້ສູນເລືອດແຫ່ງຕ່າງໆໃນທົ່ວປະເທດຂາດເລືອດສະໜອງໃຫ້ຄົນເຈັບທີ່ຕ້ອງຊົມໃຊ້ເລືອດແຕ່ລະວັນ.

    ແຕ່ນັບວ່າຍັງໂຊກດີ ທີ່ມີຫຼາຍຄົນ ແລະ ບາງຄອບຄົວທີ່ເຫັນຄວາມສໍາຄັນຈຳເປັນໃນວຽກງານການບໍລິຈາກເລືອດ ເດີນທາງເຂົ້າມາໃຫ້ການປະກອບສ່ວນບໍລິຈາກເລືອດຢູ່ສູນເລືອດ ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ຄືດັ່ງຄອບຄົວຂອງທ່ານ ອາມິດ ສຸພານິດ ພະນັກງານກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຄອບຄົວຂອງທ່ານ ຄຳຕັນ ບຸນສະໜອງ ພະນັກງານກະຊວງສາທາລະນະສຸກ ເຊິ່ງທັງສອງຄົວຄົວຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ພ້ອມໃຈກັນໃຫ້ການປະກອບສ່ວນບໍລິຈາກເລືອດຈຳນວນ 11 ທ່ານ ຍິງ 3 ທ່ານໃນອາທິດຜ່ານມາ ຍ້ອນວ່າຈະເດີນ ທາງໄປບໍລິຈາກເລືອດຢູ່ສູນເລືອດພົບຄວາມຫຍຸ້ງຍາກ ເລີຍສະເໜີໃຫ້ທາງສູນມາຮັບບໍລິຈາກເລືອດຢູ່ເຮືອນ ທີ່ສໍາຄັນຍ້ອນເຫັນໃຈ ເຂົ້າໃຈໃນຄວາມຈຳເປັນ ເພາະການໃຫ້ເລືອດຄືໃຫ້ຊີວິດ ຖ້າຂາດເລືອດ ຊີວິດຕ້ອງດັບ.

    ຄອບຄົວທັງສອງທ່ານນີ້ ຖືເປັນແບບຢ່າງທີ່ໜ້າຍົກຍ້ອງ ເປັນຕົວແບບທີ່ດີໃຫ້ສັງຄົມ ຍອມເສຍສະຫຼະເລືອດເນື້ອເພື່ອຊ່ວຍເຫຼືອສັງຄົມ ໂອກາດນີ້ ບຸກຄົນ ຫຼືຄອບຄົວທ່ານໃດຢາກປະກອບສ່ວນ ກໍສາມາດຕິດຕໍ່ໄປທາງສູນເລືອດແຫ່ງຊາດ ເພື່ອແຈ້ງເຈດຈຳນົງເຂົ້າຮ່ວມກິດຈະກຳດີໆແບບນີ້ ເພື່ອຊ່ວຍເຫຼືອສັງຄົມໃນຍາມວິກິດ ໂທລະສັບສອບຖາມຂໍ້ມູນໂທ: 030 548 7539 021 214 763 020 5741 6381 ແລະ 020 5741 6382 ໄດ້ຕາມໂມງເວລາລັດຖະການ.

   # ຂ່າວ – ພາບ :  ບຸນມີ

error: Content is protected !!