ເມືອງໄຊສະຖານ ປະເມີນຄອບຄົວ ແລະ ບ້ານສາມັກຄີປອງດອງ

    ປະຕິບັດຕາມແຜນດຳເນີນງານຂອງແນວລາວສ້າງຊາດແຂວງໄຊຍະບູລີ ແລະ ແນວລາວສ້າງຊາດເມືອງ ປະຈຳປີ 2021 ໃນລະຫວ່າງວັນທີ 20-26 ກັນຍາ 2021 ທີມງານແນວລາວສ້າງຊາດແຂວງ ນຳໂດຍທ່ານ ທອງສາ ພົມມະຈັນ ຄະນະປະຈຳແນວລາວສ້າງຊາດແຂວງ ຮອງປະທານແນວລາວສ້າງຊາດແຂວງໄຊຍະບູລີ ພ້ອມຄະນະ ສົມທົບກັບຄະນະຮັບຜິດຊອບຂັ້ນເມືອງ ລົງເຄື່ອນໄຫວປະເມີນ ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ 5 ບ້ານຂອງເມືອງໄຊສະຖານ ປະກອບດ້ວຍ ບ້ານດອຍກາວ ເສົາດຽວ ພູຕຸ່ຍ ສາມັກຄີໄຊ ແລະ ບ້ານກໍ່.

    ຜ່ານການລົງປະເມີນຕົວຈິງ ຕາມ 4 ມາດຕະຖານຂອງຄອບຄົວ ແລະ 5 ມາດຕະຖານຂອງບ້ານເຫັນວ່າ ບ້ານດອຍກາວປະກອບ ມີ 246 ຄອບຄົວ ປະເມີນຜ່ານຕາມ 4 ມາດຕະຖານ 224 ຄອບຄົວ ເທົ່າກັບ 91,05% ບໍ່ຜ່ານ 22 ຄອບຄົົວ ເທົ່າກັບ 8,94% ບ້ານຜ່ານຕາມ 5 ມາດຕະຖານ ເທົ່າກັບ 91,05% ບ້ານເສົາດຽວ ມີ 145 ຄອບຄົວ ປະເມີນຜ່ານຕາມ 4 ມາດຕະຖານ 144 ຄອບ ຄົວ ເທົ່າກັບ 99,31% ບໍ່ຜ່ານ 1 ຄອບຄົົວ ເທົ່າກັບ 0,69% ປະເມີນບ້ານຜ່ານຕາມ 5 ມາດຕະຖານ ເທົ່າກັບ 92% ບ້ານພູຕຸ່ຍ ມີ 85 ຄອບຄົວ ປະເມີນຜ່ານຕາມ 4 ມາດຕະຖານ 84 ຄອບຄົວ ເທົ່າກັບ 98,82% ບໍ່ຜ່ານ 1 ຄອບຄົົວ ເທົ່າກັບ 1,18% ປະເມີນບ້ານຜ່ານຕາມ 5 ມາດຕະຖານ ເທົ່າກັບ 90,8% ບ້ານສາມັກຄີໄຊ ມີ 95 ຄອບຄົວ ປະເມີນຜ່ານຕາມ 4 ມາດຕະຖານ 88 ຄອບ ຄົວ ເທົ່າກັບ 92,63 % ບໍ່ຜ່ານ 7 ຄອບຄົົວ ເທົ່າກັບ 7,37% ປະເມີນບ້ານຜ່ານຕາມ 5 ມາດຕະຖານ ເທົ່າກັບ 86,2% ບ້ານກໍ່ ມີ 181 ຄອບຄົວ ປະເມີນຜ່ານຕາມ 4 ມາດຕະຖານ 150 ຄອບຄົວ ເທົ່າກັບ 82,88 % ບໍ່ຜ່ານ 31 ຄອບຄົົວ ເທົ່າກັບ 17,12% ປະເມີນບ້ານຜ່ານຕາມ 5 ມາດຕະຖານ ເທົ່າກັບ 88 %.

    ພາຍຫຼັງສຳເລັດການປະເມີນທັງ 5 ບ້ານ ຄະນະທີມງານຂອງແຂວງ ແລະ ຄະນະຮັບຜິດຊອບຂັ້ນເມືອງ ໄດ້ມີການຖອດຖອນບົດຮຽນ ພ້ອມທັງແນະນຳໃຫ້ຄະນະຮັບຜິດຊອບຂັ້ນເມືອງລາຍງານຜົນຂອງການລົງປະເມີນຄັ້ງນີ້ຫາທ່ານເຈົ້າເມືອງຊາບ ເພື່ອອອກຂໍ້ຕົກລົງ ແລະ ໃບຢັ້ງຢືນຄອບຄົວສາມັກຄີປອງດອງ ພ້ອມທັງກະກຽມສະເໜີຫາແນວລາວສ້າງຊາດແຂວງ ນຳສະເໜີຕໍ່ທ່ານເຈົ້າແຂວງອອກຂໍ້ຕົກລົງ ແລະ ໃບຢັ້ງຢືນບ້ານສາມັກຄີປອງດອງຕາມລຳດັບ.

   # ຂ່າວ – ພາບ :  ບຸນມີ

error: Content is protected !!