ແນະນໍາການສ້າງນິຕິກໍາໃຕ້ກົດໝາຍຂັ້ນເມືອງ

    ກອງປະຊຸມແນະນໍາການສ້າງນິຕິກໍາໃຕ້ກົດໝາຍຂັ້ນເມືອງ ໃຫ້ແກ່ພະນັກນັກງານຫຼັກແຫຼ່ງຂອງເມືອງຈັດຂຶ້ນວັນວັນທີ  24 ກັນຍາ 2021 ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງຫົງສາ ແຂວງໄຊຍະບູລີ ໂດຍເປັນປະທານຂອງທ່ານ ກາວີ ເກດດົມລິ ຫົວໜ້າພະແນກຍຸຕິທໍາແຂວງໄຊຍະບູລີ ແລະ ທ່ານ ສົມສີ ພົມມະຈັນ ຮອງເລຂາພັກ ປະທານກວດກາ-ພັກເມືອງຫົງສາ ມີຄະນະປະຈໍາພັກເມືອງ ກໍາມມະການພັກເມືອງ ​ຫົວໜ້າຫ້ອງການ ກົມກອງ ລັດວິສະຫະກິດປະຈໍາເມືອງ ພະນັກງານຫຼັກແຫຼ່ງຂອງເມືອງ ແລະ ນາຍບ້ານເທສະບານເມືອງເຂົ້າຮ່ວມ.

    ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນໍາທັກສະການສ້າງນິຕິກໍາໃຕ້ກົດໝາຍຂັ້ນເມືອງ ຂັ້ນຕອນ ແລະ ວີທີການສ້າງນິຕິກໍາໃຕ້ກົດໝາຍເຊັ່ນ: ຂໍ້ຕົກລົງ ຄໍາສັ່ງ ຄໍາແນະນໍາ ແລະ ການສ້າງກົດລະບຽບບ້ານ ການຈັດຕັ້ງປະຕິບັດ ການປະເມີນ-ການຈັດຕັ້ງປະຕິບັດນິຕິກໍາ ການຄົ້ນຄວ້າ ແລະ ກວດກາໃຫ້ຄໍາເຫັນຕໍ່ຮ່າງສັນຍາ ( ເຊົ່າ-ສໍາປະທານທີ່ດິນລັດຂອງຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ) ພ້ອມນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຮັບປະກັນວຽກງານໃນການຈັດຕັ້ງປະຕິໃຫ້ໄດ້ຮັບຜົນດີ.

    ການແນະນໍາການສ້າງນິຕິກໍາໃຕ້ກົດໝາຍຂັ້ນເມືອງຄັ້ງນີ້ ເພື່ອກໍານົດບັນຫາທີ່ຕິດພັນກັບສິດ ແລະ ຜົນປະໂຫຍດຂອງເມືອງ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ  ກໍານົດການຄຸ້ມຄອງວຽກງານຂອງແຕ່ລະຫ້ອງການໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງເມືອງ ເຮັດໃຫ້ການສ້າງນິຕິກໍາໃຕ້ກົດໝາຍຂັ້ນເມືອງ

   # ຂ່າວ – ພາບ :  ບຸນມີ

error: Content is protected !!