ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ມີການປູກຢາງພາລາຫຼາຍ ມີທັງການລົງທຶນຂອງນັກທຸລະກີດຈາກ ສປ ຈີນ ແລະ ການລົງທຶນແບບປະຊາຊົນມີສ່ວນຮ່ວມ ທົ່ວແຂວງມີເນື້ອທີ່ສວນຢາງພາລາປະມານ 20 ພັນກວ່າເຮັກຕາ ເຊິ່ງມາຮອດປັດຈຸບັນ ຜົນຜະລິດຢາງພາລາ ສາມາດເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເທື່ອລະກ້າວ.

ເພື່ອໃຫ້ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ຮ່ວມກັບບໍລິສັດ ໄຊນາລາວ ສົ່ງເສີມການປູກຢາງພາລາ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອັອກສ໌ຟາມ ປະຈຳລາວ ໄດ້ຈັດການເຝິກອົບຮົມເຕັກນິກກ່ຽວກັບການປາດຢາງພາລາທີ່ຖືກຕ້ອງຕາມຫຼັກວິຊາການ ເຊິ່ງຈັດຂຶ້ນເມື່ອບໍ່ດົນມານີ້ ເປັນປະທານຂອງທ່ານ ທອງອິນ ຄຳສົມປອງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ມີຄະນະສະພາການຄ້າ ແລະ ອຸດສາຫະກຳແຂວງ ພະນັກງານວິຊາການຈາກອົງການອັອກສຟາມ ຜູ້ຕາງໜ້າບໍລິສັດ ວິຊາການຈາກສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມື ລາວ-ຈີນ ອົງການປົກຄອງບ້ານ ພ້ອມດ້ວຍຊາວສວນປູກຢາງພາລາ ບ້ານໂພນໂຮມ ເມືອງໄຊ ແຂວງອຸດົມໄຊ ເຂົ້າຮ່ວມ.

ທ່ານ ທອງອິນ ຄຳສົມປອງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ໃຫ້ສຳພາດວ່າ: ການຈັດເຝິກອົບຮົມ ແມ່ນເພື່ອເຮັດໃຫ້ເຂົາເຈົ້າໄດ້ຮຽນຮູ້ກ່ຽວກັບເຕັກນິກໃນການປາດຢາງທີ່ຖືກຕ້ອງຕາມຫຼັກວິຊາການ ແນໃສ່ເຮັດໃຫ້ການເກັບກູ້ຜົນຜະລິດຢາງໄດ້ຄຸນນະພາບ ຕົ້ນຢາງມີອາຍຸຍືນຍາວ ແລະ ເຮັດໃຫ້ຊາວບ້ານມີລາຍຮັບຈາກການປູກຢາງພາລາທີ່ໝັ້ນຄົງ.

ເພື່ອແນໃສ່ເຮັດໃຫ້ການປູກຢາງພາລາຂອງປະຊາຊົນຊາວແຂວງອຸດົມໄຊໄດ້ຮັບປະສິດທິຜົນ ມີຄວາມຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການທຸລະກິດຢາງພາລາ ແລະ ຜູ້ປູກ ຈົ່ງໃຫ້ຄວາມສຳຄັນດ້ານສິ່ງແວດລ້ອມເປັນຫຼັກ ບໍ່ຄວນເຫັນແຕ່ຜົນປະໂຫຍດພຽງຢ່າງດຽວ ທັງນີ້ກໍເພື່ອຄວາມຍືນຍົງທາງດ້ານລາຍຮັບຂອງສອງຝ່າຍ ແລະ ສິ່ງແວດລ້ອມໃນອະນາຄົດ.

# ຂ່າວ – ພາບ : ເພັດສະໝອນ