ໄທ ສົ່ງມອບອຸປະກອນການແພດໃຫ້ລາວ ມູນຄ່າ 1,​6 ຕື້ກວ່າກີບ

    ວັນທີ 27 ກັນຍາ 2021 ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ ກົມຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດໄທ ຕາງໜ້າລັດຖະບານ ໄດ້ສົ່ງມອບເຄື່ອງໃຊ້ການແພດຈຳນວນ 9 ລາຍການ ແລະ ອຸປະກອນການແພດຈຳນວນ 47 ລາຍການ ມູນຄ່າ 4.694.926 ບາດ ຫຼື ປະມານ 1.643.224.100 ກີບ ໃຫ້ແກ່ໂຮງໝໍເມືອງໂພນໂຮງ ແຂວງວຽງຈັນ ຂອງ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານການແພດ ໂດຍສະເພາະ ການສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ໂດຍມີທ່ານ ບຸນສະຖຽນ ພິມມະແສນ ຫົວຫນ້າພະແນກເງິນຊ່ວຍເຫຼືອຈາກຕ່າງປະເທດ ກະຊວງສາທາລະນະສຸກ ເປັນຜູ້ກ່າວຮັບ.​

    ການຊ່ວຍເຫຼືອຄັ້ງນີ້ ເປັນໜື່ງໃນກິດຈະກຳການຮ່ວມມືເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.​

.​

   # ຂ່າວ – ພາບ :  ລັດເວລາ

error: Content is protected !!