ທິມເຕະບານ ວີໄອພີ ໄຊເສດຖາ ມອບເຄື່ອງບໍລິໂພກ ຊຸກຍູ້ເຂົ້າໃນໂຄງການປັນນໍ້າໃຈ ເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ວັນທີ 27 ກັນຍາ 2019 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ຮອງຫົວໜ້າຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວະດ-19 ນະຄອນຫຼວງວຽງຈັນ.

ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ ເຂົ້າສານ 15 ເປົາ ນອກນັ້ນ ຍັງມີໝີ່ໄວໆ ແລະ ປາກະປ໋ອງ ລວມເປັນມູນຄ່າທັງໝົດ 9.900.000 ກີບ.
# ຂ່າວ – ພາບ : ຂັນທະວີ