ຜູ້ຕິດເຊື້ອໃນຊຸມຊົນຈໍານວນຫຼາຍ ສ່ວນໃຫຍ່ຢູ່ນະຄອນຫຼວງວຽງຈັນ ວັນນີ້ພົບອີກ 363 ຄົນ

    ສະຖານະການການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງບໍ່ມີທ່າອ່ຽງຈະຫຼຸດລົງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ໂດຍວັນທີ 28 ກັນຍາ 2021 ໄດ້ກວດພົບຜູ້ຕິດເຊື້ອໂຄວິດໃໝ່ຈໍານວນ 500 ຄົນໃນນັ້ນ ນໍາເຂົ້າ 29 ຄົນ ຕິດເຊື້ອໃນຊຸມຊົນ 471 ຄົນ ໃນນີ້ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 363 ຄົນ ຮອງລົງມາແມ່ນແຂວງຫຼວງພະບາງ 29 ຄົນ.

    ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຖະແຫຼງຂ່າວປະຈໍາວັນທີ 28 ກັນຍາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນນີ້ ໄດ້ເກັບຕົວຢ່າງມາກວດເຊື້ອທັງໝົດ 5.911 ຄົນ ຜົນວິໄຈ ກວດພົບຜູ້ຕິດເຊື້ອໃໝ່ຈໍານວນ 500 ຄົນ ໃນນີ້ ມີກໍລະນີນໍາເຂົ້າ 29 ຄົນ ຄື ຈາກແຂວງສະຫວັນນະເຂດ 20 ຄົນ ນະຄອນຫຼວງວຽງຈັນ 6 ຄົນ ຈໍາປາສັກ 3 ຄົນ ສໍາລັບການຕິດເຊື້ອໃນຊຸມຊົນມີທັງໝົດ 471 ຄົນຈາກນະຄອນຫຼວງວຽງຈັນ 363 ຄົນ ຫຼວງພະບາງ 29 ຄົນ ຄໍາມ່ວນ 19 ຄົນ ຈໍາປາສັກ 16 ຄົນ ໄຊສົມບູນ 13 ຄົນ ແຂວງວຽງຈັນ 12 ຄົນ ບໍ່ແກ້ວ 7 ຄົນ ສະຫວັນນະເຂດ 7 ຄົນ ບໍລິຄໍາໄຊ 3 ຄົນ ຊຽງຂວາງ 1 ຄົນ ແລະ ແຂວງສາລະວັນ 1 ຄົນ.

    ມາຮອດວັນທີ 28 ກັນຍາ ນີ້ ລວມມີຍອດຜູ້ຕິດເຊື້ອສະສົມມີທັງໝົດ 22.941 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ 5.​088 ຄົນ. ສໍາລັບກຸ່ມການຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງໃນຈໍານວນ 363 ຄົນ ສ່ວນຫຼາຍຍັງແມ່ນກຸ່ມຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ເຊິ່ງລາຍລະອຽດມີດັ່ງນີ້:

  • ພະນັກງານໂຮງງານ Trio: 115 ຄົນ
  • ພະນັກງານໂຮງງານ Alpilao: 1 ຄົນ
  • ໂຮງງານກຽນວິໄລ: 3 ຄົນ
  • ບໍລິສັດຊີມັງ 1 ຄົນ (ເອື້ອຍຕິດເຊື້ອ ເຮັດວຽກຢູ່ໂຮງງງານ Trio )
  • ພະນັກງານໂຮງໝໍມິດຕະພາບ 1 ຄົນ (ພະຍາບານພະແນກສຸກເສີນ)
  • ວິທະຍາຄານການແພດກອງທັບ 1 ຄົນ
  • ຕະຫຼາດທົ່ງຂັນຄຳ 35 ຄົນ
  • ຕະຫຼາດອົດຊີ 2 ຄົນ
  • ຕະຫຼາດທ່າງ່ອນ 3 ຄົນ

    ສ່ວນທີ່ເຫຼືອ ທີມງານກຳລັງສອບຖາມເອົາຂໍ້ມູນຕື່ມອີກ ລາຍລະອຽດຈະແຈ້ງຜ່ານທາງສື່ອອນລາຍໃຫ້ຊາບພາຍຫຼັງ.​

    ມາຮອດປັດຈຸບັນ ສະພາບການລະບາດໃນຊຸມຊົນຢູ່ລາວເຮົາຍັງມີສະພາບໜ້າເປັນຫ່ວງຫຼາຍທີ່ສຸດ ແລະ ເປັນສັນຍານເຕືອນບອກວ່າ ທຸກຄົນແມ່ນມີຄວາມສ່ຽງສູງທີ່ສາມາດຕິດເຊື້ອພະຍາດນີ້ໄດ້ທຸກເວລາ ຖ້າຫາກບັນດາທ່ານລະເຫຼີງໃນການປ້ອງກັນຕົນເອງ ແລະ ບໍ່ປະຕິບັດມາດຕະການ ຈົ່ງພ້ອມໃຈກັນປະຕິບັດມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ ແລະ ເຂັ້ມງວດ ເພື່ອຫລຸດຜ່ອນການຕິດເຊື້ອໃນຊຸມຊົນໃຫ້ຫຼຸດລົງ

# ຂ່າວ – ພາບ :  ລັດເວລາ

error: Content is protected !!