ມອບລົດນໍາສົ່ງຄົນເຈັບໃຫ້ໂຮງໝໍສູນກາງ ແລະ ໂຮງໝໍຊຸມຊົນ ທົ່ວປະເທດຈໍານວນ 50 ຄັນ.

    ວັນທີ 27 ກັນຍາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ( Ambulance) ໃຫ້ໂຮງໝໍສູນກາງ ແລະ ໂຮງໝໍຊຸມຊົນທົ່ວປະເທດ ຈໍານວນ 50 ຄັນ ກ່າວມອບໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີຕາງໜ້າຈາກພະແນກສາທາລະນະສຸກທົ່ວປະເທດເປັນຜູ້ຮັບ. 

    ທ່ານ ດຣ.ສະໜອງ ທອງຊະນະ ກ່າວໃນພິທີວ່າ: ມອບ-ຮັບລົດ Ambulances ເຊີ່ງນັບໄດ້ວ່າເປັນຄັ້ງປະຫັວດສາດ ທີ່ກະຊວງສາທາລະນະສຸກໄດ້ຮັບລົດຈາກລັດຖະບານ ໂດຍທືນກູ້ຢືມຈາກທະນາຄານພັດທະນາອາຊີ ຈຳນວນ 50 ຄັນໃນຄັ້ງນີ້ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ກໍານົດແນວທາງສາທາລະນະສຸກໄວ້ວ່າ: ຖືເອົາການປິ່ນປົວ ແລະ ສະໜອງບໍລິ ການສຸຂະພາບຢ່າງທົ່ວເຖິງ ມີຄຸນນະພາບ ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ ປະຕິຮູບສາທາລະນະສຸກຢ່າງຮອບດ້ານ ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ. 

    ວຽກງານຈຸດສຸມປະຕິຮູບສາທາລະນະສຸກ ໄລຍະ III (2021- 2025) ແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021- 2025) ຕາມ 8 ແຜນງານ 48 ແຜນງານຍ່ອຍ ແລະ 139 ໂຄງການ ແມ່ນແນໃສ່ບັນລຸເປົ້າໝາຍການປົກຄຸມສຸຂະພາບທົ່ວປວງຊົນ ດ້ວຍການຍົກລະດັບຄຸນນະພາບຂອງການບໍລິການຫັນເປັນທັນສະໄໝ ຮັບປະກັນໃຫ້ທຸກຄົນໄດ້ເຂົ້າເຖິງການບໍລິການໃນເວລາເຈັບເປັນ ໂດຍຫຼີກເວັ້ນບັນຫາດ້ານການເງິນ ໄປຄຽງຄູ່ກັບການສ້າງເງື່ອນໄຂກຸ້ມຕົນເອງເທື່ອລະກ້າວ ຕາມທິດທີ່ຍືນຍົງ ໂດຍບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ. 

    ປີ 2021 ແມ່ນປີທໍາອິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ 19 ເຊິ່ງໄດ້ແຜ່ລາມໄປຫຼາຍແຂວງ ແລະ ເປັນໄພອັນຕະລາຍຮ້າຍແຮງຕໍ່ການຈັດຕັ້ງປະຕິບັດການບໍລິການທາງດ້ານການແພດຢູ່ໂຮງໝໍລະດັບຕ່າງໆໃນທົ່ວປະເທດແມ່ນມີຕົວເລກບໍລິການທີ່ຫຼຸດລົງ. ການເຂົ້າເຖີງການບໍລິການສາທາ ລະນະສຸກຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ການນຳສົ່ງຄົນເຈັບ ບໍ່ວ່າຈະເປັນການນຳສົ່ງແມ່ຍີງຖືພາທີ່ມີບັນຫາ ແມ່ຍີງເກີດລູກ ຕົກເລືອດ ເດັກເຈັບ ອຸບັດເຫດທ້ອງຖະໜົນ ແລະ ອື່ນໆ ທີ່ຈະນຳສົ່ງຈາກໂຮງໝໍໜື່ງໄປຫາໂຮງໝໍອື່ນທີ່ມີການບໍລິການທີ່ສູງກວ່າ ຍັງເປັນບັນຫາຫຼາຍສົມຄວນ ຍ້ອນບໍ່ມີພາຫະນະນຳສົ່ງທີ່ເໝາະສົມ ອັນທີ່ມີກໍເກົ່າ ເຮັດໃຫ້ມີການເສຍຊີວິດໃນໂຮງໝໍ ແລະ ໃນລະຫວ່າງການນຳສົ່ງມີຕົວເລກສູງ.

     ດັ່ງນັ້ນ ພັກ ແລະລັດຖະບານ ເຫັນໄດ້ເຖີງຄວາມຈຳເປັນ ແລະ ຕ້ອງແກ້ໄຂຢ່າງຮິບດ່ວນ ຈື່ງໄດ້ຕົກລົງແກ້ໄຂການເຂົ້າເຖີງການບໍລິການຂອງປະຊາຊົນ ແລະ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ຍີງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ຈື່ງໄດ້ຕັດສີນໃຈກູ້ຢືມຈາກທະນາຄາານພັດທະນາອາຊີ ເພື່ອຈັດຊື້ລົດ Ambulances ຈຳນວນ 50 ຄັນ ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດ COVID- 19 ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈື່ງບໍ່ອາດຈັດພິທີມອບຮັບເວລາດຽວໄດ້ ຈະເຮັດໃຫ້ມີຄົນຫຼາຍ ຈື່ງໄດ້ແບ່ງພິທີຮັບເປັນ 02 ຄັ້ງ; ຄັ້ງທີ 1 ແມ່ນວັນທີ 27 ກັນຍາ 2021 ແລະ ຄັ້ງທີ 2 ຈະມອບ-ຮັບ ວັນທີ 28-29 ກັນຍາ 2021. ໃນພິທີມອບຮັບຄັ້ງນີ້ ມີ 11 ແຂວງ ນະຄອນຫຼວງ ໂຮງໝໍ 103 ກອງທັບ ແລະ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ນອກຈາກນີ້ ຍັງຈະໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນຕື່ມ 80 ກວ່າຄັນ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!