ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການເຕັກໂນໂລຊີ ແລະ ການສື່ສານ

    ອີງຕາມກົດໝາຍວ່າດ້ວຍພະນັກງານລັດຖະກອນ ສະບັບເລກທີ 74 /ພຊ ລົງວັນທີ 18 ທັນວາ 2015 ໝວດທີ 3 ມາດຕາ 20 ວ່າດ້ວຍການຍົກຍ້າຍ ການຊັບປຽ່ນໜ້າທີ່ ແລະ ປະຈໍາການ ຕາມການຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 528 / ຈມ ຫສ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ໃນວັນທີ 25 ກັນຍາ 2021 ຢູ່ຫ້ອງການກໍາມະບານເມືອງຫົງສາ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງທ່ານ ບຸນທັນ ພູລິຈັນ ຫົວໜ້າຫ້ອງການ ເຕັກໂນໂລຊີ ແລະ ການສື່ສານເມືອງຫົງສາ ຜູ້ເກົ່າ ແລະ  ທ່ານ ນາງ ຄໍາພັນ ຈັນທະລັງມາ ຫົວໜ້າຫ້ອງການ ເຕັກໂນໂລຊີ ແລະ ການສື່ສານເມືອງຫົງສາຜູ້ໃໝ່ ໂດຍມີທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງຫົງສາ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ມີຫົວໜ້າຫ້ອງ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ  ບຸນທັນ ພູລິຈັນ ຫົວໜ້າຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງຜູ້ເກົ່າ ໄດ້ຜ່ານບົດບັນທຶກ ແລະ ມອບວຽກງານໃຫ້ທ່ານ ນາງ ຄໍາພັນ ຈັນທະລັງມາ ຜູ້ໃໝ່ສືບຕໍ່ ເຊີ່ງມີສະມາຊິກພັກທັງໝົດ 13 ສະຫາຍ ຍິງ 3 ສໍາຮອງ 2 ສະຫາຍ ມີຂອບເຂດຄວາມຮັບພິດຊອບກວມເອົາ 1 ຫ້ອງການ 2 ບໍລິສັດ ແລະ 1 ລັດວິສະຫະກິດ ມີວຽກງານສືບຕໍ່ ເປັນຕົ້ນ ວຽກງານບໍລິຫານ-ຈັດຕັ້ງ ວຽກງານໄປສະນີ ແລະ ເຕັກໂນໂລຊີສື່ສານ ການຄຸ້ມຄອງການນໍາໃຊ້ວິທະຍຸສື່ສານ (ໂຟນີ)  ການພັດທະນາພື້ນຖານໂຄງລ່າງ ວຽກງານໂທລະຄົມ ວຽກງານດ້ານມະຫາພາກ ແລະ ວຽກງານດ້ານຊັບສິນຂອງຫ້ອງການ.

    ໂອກາດນີ້ ທ່ານ ນາງ ດາວວິນ ລາດຊະກິດ ໄດ້ກ່າວວ່າ:  ການຍົກຍ້າຍ ແລະ ຊັບຊ້ອນບ່ອນປະຈໍາການ ເປັນວຽກງານປົກກະຕິ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວງກງານໃນໄລຍະໃໝ່ ດັ່ງນັ້ນຕ້ອງໄດ້ເອົາໃຈໃສ່ຢ່າງເລິກເຊິ່ງ ເຮັດວຽກເປັນໝູ່ຄະນະ ແບບລວມສູນ ສືບຕໍ່ວຽກງານທີ່ຍັງຄົງຄ້າງໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ລວມທັງວຽກງານດ້ານອື່ນໆຕື່ມອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!