ປະຊາຊົນ 316 ຄອບຄົວບ້ານນາປຸ່ງໄດ້ຮັບໃບຢັ້ງຢືນເປັນຄອບຄົວປ້ອງກັນຊາດເຂັ້ມແຂງ

    ວັນທີ 24 ກັນຍາ 2021 ຢູ່ສະໂມສອນບ້ານນາປຸງ ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີມອບ-ຮັບໃບຢັ້ງຢືນເປັນຄອບຄົວປ້ອງກັນຊາດເຂັ້ມແຂງຂຶ້ນ ໂດຍມີທ່ານ ສີວັນ ທະນຸງສິງ ຫົວໜ້າການທະຫານກອງບັນຊາການທະຫານເມືອງ ທ່ານ ສີທອນ ໂສພາ ຮອງເລຂາຄະນະພັກຮາກຖານບ້ານ ແຂກຖືກເຊີນ ອຳນາດການປົກຄອງບ້ານ ພ້ອມດ້ວຍຂະແໜງການຂອງບ້ານ ແລະ ຫົວໜ້າຄອບຄົວພາຍໃນບ້ານເຂົ້າຮ່ວມ.

    ທ່ານ ຄຳດີ ເຮີ ຮອງນາຍບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບການສ້າງຄອບຄົວປ້ອງກັນຊາດເຂັ້ມແຂງຢູ່ບ້ານນາປຸ່ງ ເຊິ່ງບ້ານນາປຸ່ງມີພົນລະເມືອງທັງໝົດ 2.318 ຄົນ ຍິງ 1.142 ຄົນ ມີ 361 ຄອບຄົວ ແບ່ງເປັນ 35 ໜ່ວຍ ໄລຍະຜ່ານມາ ອົງການປົກຄງບ້ານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ກາຍເປັນຂອງທົ່ວປວງຊົນຮອບດ້ານຢ່າງແທ້ຈິງ ຊຸກຍູ້ວຽກງານວຽກງານກອງຫຼອນບ້ານເຄື່ອນໄຫວຕາມຂອບເຂດຮັບຜິດຊອບ ແລະ ຈັດຕັ້ງປ້ອງກັນເວນຍາມຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວ ມີຄວາມສາມັກຄີປອງດອງ ບ້ານມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບໂດຍພື້ນຖານ ສະແດງອອກຄື: ຜ່ານການປະເມີນໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງແຕ່ກາງເດືອນມັງກອນ ປີ 2020 ມາເຖິງປັດຈຸບັນ ສາມາດສະຫຼຸບຕາມເນື້ອໃນ (ມາດຖານ) ແລະ ການຈັດຕັ້ງປະຕິບັດຕົວຈິງຄື: ປະຊາຊົນ 316 ຄອບຄົວ ແມ່ນຖືກຢັ້ງຢືນເປັນຄອບຄົວປ້ອງກັນຊາດເຂັ້ມແຂງ.

    ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ສີວັນ ທະນຸງສິງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານດັ່ງກ່າວ ແລະ ເນັ້ນໜັກໃຫ້ແຕ່ລະຄອບຄົວຈົ່ງຮັກສາມູນເຊື້ອ ສຶບຕໍ່ກໍ່ສ້າງ 45 ຄອບຄົວ ທີ່ຍັງບໍ່ທັນໄດ້ ໃຫ້ເປັນຄອບຄົວປ້ອງກັນຊາດເຂັ້ມແຂງ 100% ສຶບຕໍ່ປັບປຸງກອງຫຼອນບ້ານໃຫ້ມີຄວາມເຂັ້ມແຂງໜັກແໜ້ນທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ພ້ອມທັງສຶກສາອົບຮົມການເມືອງ-ແນວຄິດໃຫ້ອ້າຍນ້ອງກອງຫຼອນໄດ້ເຂົ້າໃຈຢ່າງເລິງເຊິ່ງເຖິງຖອງ ທັງສຶບຕໍ່ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນໃຫ້ດີຂຶ້ນ.

# ຂ່າວ – ພາບ :  ບຸນມີ

error: Content is protected !!