ການພົບປະຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ

    ວັນທີ 26 ກັນຍາ 2021 ທີ່ສຳນັກງານສູນກາງພັກກອມມູນິດຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ  ໄດ້ມີການພົບປະຜູ້ນຳ 3 ພັກ ລາວ-ຫວຽດນາມ-ກຳປູເຈຍ ລະຫວ່າງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສົມເດັດ ອັກຄະມະ ຫາເສນາບໍດີ ເຕໂຈ ຮຸນເຊັນ ປະທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີແຫ່ງລາຊາອານາຈັກກຳປູເຈຍ.

    ໃນການພົບປະຄັ້ງນີ້ ຜູ້ນໍາຂອງທັງ 3 ພັກ ໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນຂອງການພົບປະ; ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບຂອງແຕ່ລະພັກ ແຕ່ລະປະເທດ ໃນນັ້ນ ລວມມີວຽກງານພັກ ການພັດທະນາເສດຖະກິດ-ສັງຄົມ ພິເສດແມ່ນບັນຫາທີ່ສາມປະເທດພວມສຸມໃສ່ການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

    ຜູ້ນຳທັງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ພ້ອມກັນເປັນເອກະພາບກ່ຽວກັບຄວາມສໍາຄັນຂອງສາຍພົວພັນທີ່ເປັນມູນເຊື້້ອ ສາມັກຄີມິດຕະພາບ ແລະ ສະໜິດຕິດພັນລະຫວ່າງ 3 ພັກ ແລະ 3 ປະເທດ.

    ຜູ້ນຳ 3 ປະເທດໄດ້ເປັນເອກະພາບຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນ ແລະ ສືບຕໍ່ແລກປ່ຽນ ຮ່ວມມືໃນຂົງເຂດຕ່າງໆໃນໄລຍະຕໍ່່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນ 3 ຊາດ ເພື່ອສັນຕິພາບ ສະຖຽນລະພາບ ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

    ໃນໂອກາດດຽວກັນນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ມີການພົບປະສອງຝ່າຍ ກັບສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິ ການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ຊວນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ຕື່ມອີກ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!