ສືບຕໍ່ໂຄສະນາເຄື່ອນທີ່ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ຈຸດຕ່າງໆ

    ທ່ານ ແກ້ວວິໄລສັກ ແສນສັກດາ ຫົວໜ້າຂະແໜງຈັດຕັ້ງ ຫົວໜ້າຄະນະຮັບຜິດຊອບການເຄື່ອນໄຫວວຽກງານໂຄສະນາປະຊາສໍາພັນ ໄລຍະປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໃຫ້ສໍາພາດວັນທີ 27 ກັນຍາ 2021 ວ່າ: ໂດຍອີງໃສ່ທິດຊີ້ນໍາຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງໄດ້ມອບໝາຍໃຫ້ພະແນກ ຖວທ ນວ ຈັດຕັ້ງທີມງານລົງໂຄສະນາເຜີຍແຜ່ຄໍາສັ່ງ ແຈ້ງການ ແລະ ນິຕິກໍາຕ່າງໆທີ່ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວາງອອກ ແນໃສ່ເຮັດໃຫ້ ນວ ສາມາດຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ໂດຍໄວ.

    ໂດຍການຊີ້ນໍາໂດຍກົງຂອງທ່ານຫົວໜ້າພະແນກ ຖວທ ນວ ວັນທີ 20 ກັນຍາ 2021 ຄະນະຮັບຜິດຊອບການເຄື່ອນໄຫວວຽກງານໂຄສະນາປະຊາສໍາພັນ ໄລຍະປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພະແນກ ຖວທ ນວ ກໍກະກຽມຂໍ້ຕົກລົງ ແຜນການເຄື່ອນໄຫວ ບຸຄະລາກອນ ຕິດຕັ້ງເຄື່ອງສຽງໃສ່ລົດ ມາຮອດວັນທີ 22 ກັນຍາ 2021 ກໍໄດ້ເລີ່ມລົງໂຄສະນາເຜີຍແຜ່ຕົວຈິງຢູ່ບັນດາເສັ້ນທາງສາຍຫຼັກ ທາງຮ່ອມ ທາງຊອຍ ຕະຫຼາດ ໂຮງຈັກ-ໂຮງງານ ເຂດຊຸມຊົນ ແລະ ຕາມຈຸດເປົ້າໝາຍທີ່ມີຄວາມສ່ຽງຢູ່ແຕ່ລະເມືອງ ທັງກາງເວັນ ແລະ ກາງຄືນ ໃນນີ້ ວັນທີ 22 ໄດ້ໂຄສະນາເຜີຍແຜ່ຢູ່ເມືອງຈັນທະບູລີ ວັນທີ 23 ຢູ່ເມືອງສີໂຄດຕະບອງ ວັນທີ 24 ຢູ່ເມືອງສີສັດຕະນາກ ວັນທີ 25 ຢູ່ເມືອງໄຊເສດຖາ ວັນທີ 26 ຢູ່ເມືອງໄຊທານີ.

   ຜ່ານການເຄື່ອນໄຫວໂຄສະນາເຜີຍແຜ່ຄໍາສັ່ງ ແຈ້ງການ ແລະ ນິຕິກໍາຕ່າງໆ ເຫັນວ່າປະຊາຊົນ ກໍຄືທຸກພາກສ່ວນໃນສັງຄົມ ໄດ້ໃຫ້ຄວາມສົນໃຈຫຼາຍ ພ້ອມທັງການຮ່ວມມືຈັດຕັ້ງປະຕິບັດຕາມເປັນຢ່າງດີ ເນື່ອງຈາກເປັນກິດຈະກໍາອັນໃໝ່ ການໂຄສະນາເຜີຍແຜ່ຄໍາສັ່ງ ແຈ້ງການ ແລະ ນິຕິກໍາຕ່າງໆ ໄດ້ຍິນ ແລະ ເຂົ້າໃຈຢ່າງຈະແຈ້ງ ພ້ອມນີ້ ໃນໄລຍະທີ່ລົງເຄື່ອນໄຫວໂຄສະນາເຜີຍແຜ່ ພວກເຮົາກໍໄດ້ນໍາເອົາວັດຖຸປັດໄຈ ນໍ້າດື່ມ ແລະ ອື່ນໆທີ່ລະດົມໄດ້ຈາກບັນດາຫົວໜ່ວຍທຸລະກິດ ຫ້າງຮ້ານ ກໍຄືປະຊາຊົນ ໄປມອບໃຫ້ດ່ານກວດກາຂອງແຕ່ລະເມືອງ ເຊິ່ງບັນດາດ່ານດັ່ງກ່າວກໍໄດ້ໃຫ້ການຮ່ວມມືເປັນຢ່າງດີ ເຫັນລົດໂຄສະນາຂອງພວກເຮົາ ກໍໄດ້ອະນຸຍາດໃຫ້ຜ່ານໄປປະຕິບັດໜ້າທີ່ຢ່າງສະດວກ ສໍາລັບກາງເວັນ ພວກເຮົາໄດ້ລົງໂຄສະນາແຕ່ 9:00-17:00 ໂມງ ສ່ວນກາງຄືນ ເລີ່ມແຕ່ 8:00-10:00 ໂມງ ໂດຍໄລຍະກາງຄືນນີ້ ສະພາບການຢູ່ບັນດາເມືອງແມ່ນເປັນລະບຽບຮຽບຮ້ອຍ ບັນດາຮ້ານອາຫານ ຮ້ານບັນເທີງຕ່າງໆ ກໍໄດ້ປິດບໍລິການ ຕາມແຈ້ງການສະບັບເລກທີ 016/ຈນວ ເປັນຢ່າງດີ ພ້ອມນີ້ ໄປແຕ່ລະຈຸດກໍຍັງມີຜູ້ປະກອບການທຸລະກິດ ກໍຄືປະຊາຊົນຈໍານວນໜຶ່ງມອບນໍ້າດື່ມ ແລະ ອື່ນໆໃຫ້ທີມງານພວກເຮົາຕື່ມອີກ.  

    ສໍາລັບແຜນການມື້ນີ້ (ວັນທີ 27 ກັນຍາ 2021) ພວກເຮົາຈະລົງໂຄສະນາຕື່ມຢູ່ເມືອງຈັນທະບູລີ ວັນທີ 28 ຈະໂຄສະນາຢູ່ເມືອງສີໂຄດຕະບອງ ພິເສດວັນທີ 29 ຈະໄດ້ໄປໂຄສະນາຢູ່ເມືອງນາຊາຍທອງ ເຊິ່ງເປັນເມືອງໜຶ່ງທີ່ມີຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍ ແລະ ວັນທີ 30 ຈະໄດ້ໄປໂຄສະນາຢູ່ເມືອງໄຊເສດຖາ ຕື່ມອີກ ເພື່ອໃຫ້ປະຊາຊົນ ກໍຄືທຸກພາກສ່ວນໃນສັງຄົມ ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄໍາສັ່ງ ແຈ້ງການ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງໃຫ້ໄດ້ຮັບຜົນດີ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວລະບາດເປັນວົງກວ້າງ ແລະ ສາມາດຄວບຄຸມໄດ້ໂດຍໄວ ນອກຈາກເມືອງຈຸດສຸມແລ້ວຍັງຈະໄດ້ເບີ່ງຕົວຈິງບັນດາເມືອງທີ່ມີການແຜ່ລະບາດຫຼາຍ ພວກເຮົາຈະໄດ້ ລົງເຄຶ່ອນໄຫວຕື່ມອີກ..

   # ຂ່າວ – ພາບ :  ສະບາໄພ

error: Content is protected !!