ເລີ່ມດຳເນີນໂຄງການການຜະລິດໄຟຟ້າພາຍນອກ ສະໜອງໃຫ້ແກ່ທາງລົດໄຟລາວ-ຈີນ

    ວັນທີ 26 ກັນຍາ 2021 ນີ້ ໂຄງການສະໜອງໄຟຟ້າພາຍນອກໃຫ້ແກ່ທາງລົດໄຟລາວ-ຈີນ ຂ້າມຜ່ານ 4 ແຂວງ 1 ນະຄອນຂອງລາວເຊັ່ນ: ແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ທົ່ວເສັ້ນທາງໄດ້ສ້າງສາຍສົ່ງໄຟຟ້າ 115 KV ທີ່ມີຄວາມຍາວທັງໝົດ 257 ກິໂລແມັດ ໄດ້ນໍາເອົາສະຖານີໄຟຟ້າ 10 ແຫ່ງຂອງທາງລົດໄຟທີ່ນໍາໃຊ້ລະບົບໄຟຟ້າເຊື່ອມເຂົ້າກັບຕາຂ່າຍໄຟຟ້າແຫ່ງຊາດລາວ ແລະ ໄດ້ດໍາເນີນການຜະລິດໄຟຟ້າແລ້ວ.

     ໂຄງການສະໜອງໄຟຟ້າພາຍນອກໃຫ້ແກ່ທາງລົດໄຟລາວ-ຈີນ ເປັນໂຄງການ BOT (Build-Operate-Transfer) ດ້ານຕາຂ່າຍໄຟຟ້າອັນທໍາອິດຂອງປະເທດລາວ ໂດຍຢຶດໝັ້ນທັດສະນະຄະຕິ ໃນການຮັບຜິດຊອບໃຫ້ແກ່ປະຊາຊົນລາວ ແລະ ຂະແໜງອຸດສາຫະກໍາໄຟຟ້າ ທາງບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນໄດ້ຕັດສິນໃຈກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ແກ່ທາງລົດໄຟລາວ-ຈີນຊ່ວງປະເທດລາວ ໂດຍອີງຕາມມາດຕະຖານຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ທີ່ມີເງື່ອນໄຂສູງກວ່າ ແລະ ມີລະດັບຄວາມຍາກຫຼາຍກວ່າ.

     ທ່ານ ຊິນຮົວ (Qin Hua) ຜູ້ຈັດການຝ່າຍກິດຈະການຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ໄດ້ໃຫ້ຮູ້ວ່າ: ເພື່ອແກ້ໄຂອຸປະສັກດ້ານການສື່ສານພາສາ ທາງໂຄງການໄດ້ຮັບເອົາຜູ້ແປພາສາຄົນລາວທີ່ໄດ້ພາສາຈີນມາເປັນຜູ້ສື່ສານອະທິ ບາຍ ລະຫວ່າງພະນັກງານລາວ ແລະ ພະນັກງານຈີນ ທັງດ້ານທິດສະດີ ແລະ ການສາທິດ ກ່ຽວກັບການຕັ້ງສາຍແນວໃດ ປະຕິບັດການຢ່າງປອດໄພແນວໃດ ເຮັດຂັ້ນຕອນໃດກ່ອນ ແລະ ອື່ນໆ ໂດຍໄດ້ມີການຖ່າຍທອດຢ່າງຮອບດ້ານກ່ຽວກັບລາຍລະ ອຽດດ້ານເຕັກນິກ ເຊິ່ງຢູ່ແຕ່ລະເສົາສົ່ງໄຟຟ້າລ້ວນແຕ່ມີລັອກກັນໂຈນ ເປັນຫລາຍຮ້ອຍອັນ.

     ທ່ານ ຮວງ ເວີນກັງ (Huang Wengang) ຜູ້ອໍານວຍການໃຫຍ່ຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ກ່າວວ່າ: ພາຍໃຕ້ມາດຕະຖານທີ່ສູງ ເງື່ອນໄຂທີ່ເຄັ່ງຄັດ ແລະ ຜ່ານການສື່ສານຢ່າງມີຄວາມອົດທົນ ພະນັກງານລາວໄດ້ຄ່ອຍໆຫັນປ່ຽນແນວຄວາມຄິດ ແລະ ວິທີການ ເມື່ອໂຄງການນີ້ສິ້ນສຸດແນ່ນອນ ຖ້າວ່າພະນັກງານລາວທີ່ເຄີຍຮ່ວມມືກັບພວກເຮົາໄດ້ຮຽນຮູ້ເຕັກນິກໃໝ່ ປະສົບການໃໝ່ ພວກເຂົາສາມາດຊອກວຽກເຮັດງານທໍາທີ່ດີກວ່າເກົ່າໄດ້ ແລະ ສາມາດນໍາເອົາສິ່ງດີໆເຫຼົ່ານີ້ໄປສູ່ໂຄງການອື່ນໆຂອງປະເທດລາວໄດ້.

   ທ່ານ ຢິນນານ(Yin Nan) ຜູ້ຈັດການຂັ້ນສູງຝ່າຍກິດຈະການຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຢຸນນານສາກົນ ກ່າວວ່າ: ໂດຍທົ່ວໄປແລ້ວ ປະເທດລາວຈະນໍາໃຊ້ວິທີການສ້າງພື້ນຖານແບບຂາພຽງ ເຊິ່ງມີການຂຸດເຈາະຢ່າງຫຼວງຫຼາຍ ຕັ້ງເສົາເຫຼັກໜຶ່ງອາດຈະຕ້ອງໄດ້ຂຸດຫົວພູໜ່ວຍໜຶ່ງໃຫ້ພຽງ ແຕ່ການນໍາໃຊ້ວິທີການສ້າງພື້ນຖານທີ່ມີລະດັບສູງແຕກຕ່າງກັນແບບຮອບດ້ານນີ້ ສາມາດຫຼຸດຜ່ອນຜົນກະທົບຂອງການກໍ່ສ້າງທີ່ມີຕໍ່ສິ່ງແວດລ້ອມໄດ້ໃນລະດັບຫຼາຍທີ່ສຸດ ຫຼຸດຜ່ອນການຂຸດເຈາະດິນ-ຫີນ ວິທີການນີ້ ຍັງສາມາດປ້ອງກັນການເຊາະເຈື່ອນຂອງດິນນໍ້າ ຍົກລະດັບຄວາມປອດໄພຂອງເສົາໄດ້ ນອກຈາກນໍາໃຊ້ວິທີການດ້ານເຕັກນິກເພື່ອຫຼຸດຜ່ອນການທໍາລາຍຕໍ່ສະພາບພູມສັນຖານແລ້ວ ໃນລະຫວ່າງການກໍ່ສ້າງ ໂຄງການສະໜອງໄຟຟ້າພາຍນອກໃຫ້ແກ່ທາງລົດໄຟລາວ-ຈີນ ຊ່ວງປະເທດລາວນັ້ນ ຍັງໄດ້ຄໍານຶງຢ່າງເຕັມທີ່ຕໍ່ຄວາມຕ້ອງການຂອງພືດ ແລະ ສັດ ຜ່ານການນໍາໃຊ້ວິທີການຂ້າມຜ່ານດ້ວຍເສົາສູງ ຫຼຸດຜ່ອນການຕັດໄມ້ລຽບຕາມເສັ້ນສາຍສົ່ງໄຟຟ້າ ແລະ ຍັງໄດ້ຮັກສາທາງຜ່ານໄວ້ໃຫ້ສັດຕື່ມອີກ ຫຼັງຈາກສໍາເລັດການກໍ່ສ້າງໂຄງການ ຝ່າຍກໍ່ສ້າງຍັງຈະຈັດຊື້ແກ່ນຫຍ້າທີ່ເໝາະໃນການປູກຢູ່ເຂດທ້ອງຖິ່ນ ເພື່ອຟື້ນຟູສະພາບນິເວດໃຫ້ເປັນປັນປົກກະຕິ.

     ທ່ານ ວາງ ຟູເຕີ (Wang Fude) ຜູ້ຈັດການຂັ້ນສູງຝ່າຍກິດຈະການຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ໄດ້ກ່າວວ່າ: ໂດຍຄໍານຶງເຖິງຄວາມສໍາຄັນຂອງການປັບຕົວໃຫ້ເຂົ້າກັບທ້ອງຖິ່ນໃນຂະນະທີ່ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ ຊຸກຍູ້ການຮ່ວມມືເຊື່ອມໂຍງ ເຊື່ອມຈອດກັນດ້ານພະລັງງານໄຟຟ້ານັ້ນ ຍັງໄດ້ເນັ້ນໃສ່ການດໍາເນີນບໍລິຫານດ້ານພະລັງງານໄຟຟ້າ ການແລກປ່ຽນດ້ານເຕັກນິກ ການເຝິກອົບຮົມບຸຄະລາກອນສະເພາະທາງ ການບໍາລຸງສ້າງນັກສຶກສາຕ່າງປະເທດຢູ່ໃນປະເທດລາວ ແລະ ອື່ນໆ ເພື່ອສ້າງພື້ນຖານໃນການຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງລາວ-ຈີນ ໃນໄລຍະຍາວ.

     ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຢຸນນານສາກົນ ໄດ້ກ່າວວ່າ: ໃນອະນາຄົດ ໂດຍຜ່ານການຮ່ວມມືດ້ານພະລັງງານໄຟຟ້າ ກັບບັນດາປະເທດອ້ອມຂ້າງທີ່ມີຂອບເຂດກວ້າງໃຫຍ່ຂຶ້ນ ມີລະດັບທີ່ສູງຂຶ້ນ ແລະ ມີຄວາມເລິກ ເຊິ່ງຫຼາຍຂຶ້ນ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຈະສືບຕໍ່ພະຍາຍາມໃນດ້ານການຝຶກອົບຮົມທັກສະ ຊ່ວຍເຫຼືອບຸຄະລາກອນທ້ອງຖິ່ນ ກາຍເປັນຜູ້ກໍ່ສ້າງໃນການສົ່ງເສີມໃຫ້ທ້ອງຖິ່ນບັນລຸການ “ມີໄຟໃຊ້” ແລະ “ໃຊ້ໄຟດີ”.

# ສຳລັບຂໍ້ມູນດັ່ງກ່າວ ນຳມາຈາກເພຈຂອງສຳນັກຂ່າວສານປະເທດລາວ

.

error: Content is protected !!