ຕາມການຖະແຫຼງຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 27 ກັນຍາ 2021 ໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນ (ນວ) ໄດ້ກຳນົດເອົາ 12 ບ້ານ ໃນ 6 ເມືອງເປັນບ້ານເຂດແດງ ເຊິ່ງປະກອບມີເມືອງໄຊເສດຖາ ມີບ້ານໂນນສະຫວັນ ເມືອງສີສັດຕະນາກ ມີບ້ານສະພານທອງເໜືອ ເມືອງສີໂຄດຕະບອງ ມີບ້ານຈຳປາ ບ້ານໜອງໜ້ຽວ ເມືອງນາຊາຍທອງ ມີບ້ານນໍ້າກ້ຽງ ບ້ານເປິກ ນໍ້າຫຸມ ຫຸມແບ່ງ ນາຊັບ ອີໄລໃຕ້ ເມືອງໄຊທານີ ມີບ້ານສີວິໄລ ເມືອງຫາດຊາຍຟອງ ມີບ້ານກາງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ