ສີສັດຕະນາກ ເຂັ້ມງວດມາດຕະການປ້ອງກັນໂຄວິດ-19

    ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຮອບ 2 ເຮັດໃຫ້ພໍ່ແມ່ປະຊາຊົນ ກໍຄືທຸກວຽກງານຂະແໜງການພົບກັບຫຼາຍບັນຫາ ອຳນາດການປົກຄອງທຸກຂັ້ນແຕ່ສູນກາງ ລົງເຖິງທ້ອງຖິ່ນ ໂດຍສະເພາະບັນດາໜ່ວຍງານຄະນະສະເພາະກິດໃນແຕ່ລະເມືອງ ຕ້ອງສຸມໃສ່ການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ.

    ທ່ານ ປອ ທີນນະກອນ ທອງຄໍາ ຮອງເຈົ້າເມືອງສີສັດຕະນາກ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໄດ້ໃຫ້ສຳພາດວ່າ: ນັບແຕ່ມີຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ກໍຄືເຈົ້າຄອງນະຄອງຫຼວງວຽງຈັນ ໃນມາດຕະການປ້ອງກັນພະຍາດໂຄວິດ-19 ທາງເມືອງພວກເຮົາ ໃນນາມຄະນະສະເພາະກິດຂັ້ນເມືອງ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໄດ້ຈັດກອງປະຊຸມແບ່ງວຽກງານຢ່າງລະອຽດ ຈັດການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ຕັ້ງຈຸດດານກວດກາຄົນເຂົ້າ-ອອກ 2 ຈຸດໃຫຍ່ ພ້ອມທັງມີຈຸດກວດກາຄົນເຂົ້າ-ອອກ ໃນແຕ່ລະບ້ານພາຍໃນເມືອງ.

    ສະເພາະໜ່ວຍງານສະເພາະກິດຂອງພວກເຮົາ ກໍໄດ້ແບ່ງຈຸປະຈໍາການ ປະສານສົມທົບກັບກຳລັງ ປກສ ປກຊ ກຸ່ມ ອຳນາດການປົກຄອງ ລົງເຄື່ອນໄຫວກວດກາໃນແຕ່ລະວັນ ຕາມຈຸດຕ່າງໆ ລວມທັງມີການລົງສີດ ແລະ ພົ່ນຢາຂ້າເຊື້ອຕາມອາຄານ ສະຖານທີ່ຈຸດຕ່າງພາຍໃນເມືອງທີ່ມີຄວາມສ່ຽງ ພ້ອມລົງມອບອຸປະກອບປ້ອງກັນຕ່າງໆທີ່ຈຳເປັນ ເປັນຕົ້ນ ນ້ຳດື່ມ ຜ້າປິດປາກ-ປິດດັງ ເຈວລ້າງມື ຕາມຈຸດກວດກາພາຍໃນເມືອງ ພ້ອມກັບການລົງກວດກາເຂັ້ມງວດໃນຈຸດທີ່ກຳນົດເປັນບ້ານເຂດແດງ ອີກທັງມີລົດໂຄສະນາປະສາສຳພັນເຄື່ອນທີ່ ອອກເຄື່ອນໄຫວໃນແຕ່ລະວັນ ນຳເອົາເນື້ອໃນຈິດໃຈ ຂໍ້ກຳນົດ ກົດລະບຽບ ແຈ້ງການຕ່າງໆ ເນັ້ນມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ເຂົ້າໃຈ ພ້ອມກັນປະຕິບັດຕາມຢ່າງເຂັ້ມງວດ ແລະ ຈັດກອງປະຊຸມຜ່ານວິດີໂອກັບພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລື ວາງແຜນໃນການປະຕິວັດໜ້າທີ່ວຽກງານໃນແຕ່ລະວັນ ເພື່ອຮັບປະກັນຄວາມປອດໄພ ແລະ ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

# ຂ່າວ – ພາບ :  ບຸນມີ

error: Content is protected !!