ບ້ານຫ້ວຍແສງ ເມືອງເລົ່າງາມ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເສຍຫາຍເກືອບ 200 ລ້ານກີບ

      ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ ໃນວັນທີ 24 ກັນຍາຜ່ານມາ ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາເສຍຫາຍ 47 ໜອງ ລານຕາກກາເຟ 2 ລານ ເຮືອນຄົວ ແລະ ຮ້ານຂາຍເຄື່ອງແຫ້ງເສຍຫາຍຈໍານວນໜຶ່ງ ພ້ອມນີ້ ຍັງມີເຄື່ອງປູກຂອງປະຊາຊົນ ເປັນຕົ້ນ ກາເຟ ແລະ ພືດຜັກໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ.

     ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ລາຍງານວ່າ: ໃນວັັນທີ 24 ກັນຍາ 2021 ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງ ເຮັດໃຫ້ນໍ້າປ່າໄຫຼລົ້ນຫ້ວຍຕະພົງ ແລ້ວໄຫຼເຂົ້າຖ້ວມບ້ານຫ້ວຍແສງ ໄດ້ເຮັດໃຫ້ປະຊາຊົນ 30 ກວ່າຫຼັງຄາເຮືອນທີ່ຢູ່ລຽບຕາມຫ້ວຍ ແລະ ຢູ່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດທີ່ພັກອາໄສ ເຊິ່ງນໍ້າໄດ້ຖ້ວມເຮືອນ ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ຕໍ່ເຫດການດັ່ງກ່າວ ອຳນາດການປົກຄອງເມືອງເລົ່າງາມ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາວໜຸ່ມຂອງບ້ານ ໄດ້ເຂົ້າໄປຊ່ວຍເຫຼືອຢ່າງຮີບດ່ວນ ພ້ອມເກັບມ້ຽນວັດຖຸສິ່ງຂອງ ຍົກຍ້າຍສິ່ງກີດຂວາງ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນທີ່ປອດໄພ ໂດຍກຳນົດ 3 ຈຸດຄື: ໂຮງຮຽນ ວັດ ແລະ ຫ້ອງການບ້ານ ເປັນບ່ອນພັກຊົ່ວຄາວ ພາຍຫຼັງນໍ້າບົກແຫ້ງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ສົມທົບກັບການຈັດຕັ້ງບ້ານລົງຕິດຕາມກວດກາ ເກັບກໍາຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ.

     ໂອກາດນີ້ ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ແລະ ການຈັດຕັ້ງບ້ານເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາມັກຄີ ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ວ່ອງໄວ ແລະ ປຸກລະດົມນຳຫຼາຍພາກສ່ວນ ເພື່ອຂໍການຊ່ວຍເຫຼືອ ແລະ ພ້ອມກັນມີສະຕິຕິດຕາມສະພາບອາກາດໃນແຕ່ລະໄລຍະ ເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

# ຂ່າວ – ພາບ :  ແຂວງສາລະວັນ

error: Content is protected !!