ຍັງໜ້າເປັນຫ່ວງ ນະຄອນຫຼວງພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນວັນນີ້ອີກ 315 ຄົນ

    ການລະບາດຂອງພະຍາດໂຄວິດ-19 ເຫັນວ່າການນຳເຂົ້າຈາກຕ່າງປະເທດມີທ່າອ່ຽງຫຼຸດລົງ ແຕ່ການລະບາດໃນຊຸມຊົນນັບມື້ເພີ່ມຂຶ້ນ ແລະ ແຜ່ກະຈາຍໃນຫຼາຍແຂວງ.

    ຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດ ກະຊວງສາທາລະນະສຸກ ປະຈຳວັນທີ 27 ກັນຍາ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ  ວັນທີ 26 ກັນຍາ ໄດ້ເກັບຕົວຢ່າງມາກວດ 6.066 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອ 622 ຄົນ ເຊິ່ງກວດພົບຈາກກໍລະນີນຳເຂົ້າ 12 ຄົນຄື ຈາກສະຫວັນນະເຂດ 7 ຄົນ ຈຳປາສັກ 1 ຄົນ ຄຳມ່ວນ 3 ຄົນ ສາລະວັນ 1 ຄົນ ຕິດເຊື້ອໃນຊຸມຊົນ 610 ຄົນ ຈາກນະຄອນຫຼວງວຽງຈັນ 315 ຄົນ ຈາກຈຸເມືອງນາຊາຍທອງ 9 ຄົນ ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ ມສ ເຈົ້າອະນຸວົງ 6 ຄົນ ມສ ລາວ-ຫວຽດນາມ 3 ຄົນ ສະຖາບັນປັດສະເຕີ້ລາວ 11 ຄົນ ບ້ານປາກແຮດ 6 ຄົນ ບ້ານຫ້ວຍຫົງ 2 ຄົນ ໂຮງງານຕັດຫຍິບກວຽນວິໄລ 3 ຄົນ ໂຮງງານອານພີລາວ 54 ຄົນ ສູນຫຼັກ 27 ມີ 26 ຄົນ ເຊິ່ງເປັນຜູ້ສຳພັດໃກ້ຊິດກັບໂຮງງານອານພີລາວ ຈຸດເກັບຕົວຢ່າງສີເກີດ 60 ຄົນ ເມືອງໄຊທານີ 14 ຄົນ ສ່ວນທີ່ເຫຼືອ ກຳລັງເກັບກຳລາຍລະອຽດ ແລະ ຈະລາຍງານໃຫ້ຊາບພາຍຫຼັງ ຄຳມ່ວນ 152 ຄົນ ຈາກບໍລິສັດຄາຍຢວນ ຈຳປາສັກ 59 ຄົນ ປາກເຊ 38 ຄົນ ບາຈຽງ 10 ຄົນ ປະທຸມພອນ 10 ຄົນ ຊະນະສົມບູນ 1 ຄົນ ເມືອງໂຂງ 1 ຄົນ ຫຼວງພະບາງ 35 ຄົນ ເມືອງງອຍ 17 ຄົນ ນໍ້າບາກ 14 ຄົນ ເມືອງນານ 3 ຄົນ ຈອມເພັດ 1 ຄົນ ວຽງຈັນ 13 ຄົນ ໂພນໂຮງ 12 ຄົນ ເມືອງທຸລະຄົມ 1 ຄົນ ບໍ່ແກ້ວ 12 ຄົນ ບໍລິຄຳໄຊ 7 ຄົນ ເຊິ່ງເຮັດວຽກຢູ່ເຂື່ອນນໍ້າເທີນ 1  ສາລະວັນ 7 ຄົນ ສະຫວັນນະເຂດ 5 ຄົນ ໄຊສົມບູນ 3 ຄົນ ແລະ ຫຼວງນໍ້າທາ 3 ຄົນ.

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມ 22.441 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກຳລັງປິ່ນປົວ 5.271 ຄົນ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!