ສູນເລືອດໃນທົ່ວປະເທດ ພົບວິກິດຂາດເລືອດເພື່ອຕອບສະໜອງໃຫ້ແກ່ຄົນເຈັບ

    ຈາກການລະບາດຂອງເຊື້ອໂຄວິດ-19 ຮອບ 2 ເຮັດໃຫ້ການຕອບສະໜອງເລືອດບໍ່ພຽງພໍກັບຄວາມຕ້ອງການຂອງຄົນເຈັບ ເຮັດໃຫ້ສູນເລືອດ ຂາດເລືອດຢ່າງໜັກ ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ພົບກັບບັນຫາວິກິດໃນການສະໜອງເລືອດໃຫ້ກັບຄົນເຈັບ.

    ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ແຈ້ງໃຫ້ຊາບວ່າ: ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການເຄື່ອນໄຫວຮັບບໍລິຈາກເລືອດພົບກັບບັນຫາຫຼາຍ ເຖິງແມ່ນວ່າຈະມີການອອກຮັບບໍລິຈາກຕາມສະຖານທີ່ມີເງື່ອນໄຂ ລວມທັງບັນດາທ່ານຜູ້ໃຈບຸນຮ່ວມບໍລິຈາກຢູ່ກັບເຮືອນ ແລະ ມາຮ່ວມບໍລິຈາກຢູ່ສູນ ແຕ່ກໍເປັນພຽງຈຳນວນໜ້ອຍ ຍັງບໍ່ພຽງພໍກັບຄວາມຕ້ອງການສະໜອງເລືອດໃຫ້ຄົນເຈັບ ທັງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ

    ໂອກາດນີ້ ຂໍເຊີນທຸກໆທ່ານຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອຄົນເຈັບທີ່ນອນປີ່ນປົວຢູ່ຕາມໂຮງໝໍຕ່າງໆທົ່ວປະເທດ ຖ້າຫາກທ່ານຢູ່ໃນກຸ່ມສ່ຽງ ພົວພັນກັບຜູ້ຕິດເຊື້ອໂຄວິດ-19 ຫຼື ຢູ່ໃນເຂດບ້ານແດງ ຄວນງົດໄວ້ກ່ອນ ໂອກາດໜ້າເຊີນໃໝ່.

    ທ່ານສາມາດບໍລິຈາກເລືອດໄດ້ທີ່ :  ສູນເລືອດແຫ່ງຊາດ ຕັ້ງຢູ່ທີ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພາະທາງສູນມີມາດຕະການປ້ອງກັນ ການກວດກາ ມີຈຸດວັດແທກອຸນຫະພູມ ເຈວລ້າງມື ຮັບປະກັນຄວາມປອດໄພ ຫຼືສູນເລືອດແຂວງທົ່ວປະເທດ.

    ສອບຖາມຂໍ້ມູນໂທ: 030 548 7539 021 214 763 020 5741 6381 ແລະ 020 5741 6382 ໄດ້ຕາມໂມງເວລາລັດຖະການ.

# ຂ່າວ – ພາບ :  ບຸນມີ

error: Content is protected !!