ນຳຜູ້ອາຍຸສູງໃນຄອບຄົວຂອງທ່ານອອກມາສັກວັກຊີນປ້ອງກັນໂຄວິດ-19 ກັນໄວ້ດີກວ່າແກ້

     ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ລະບາດເປັນວົງກວ້າງ ແລະ ໄວວາ ຜູ້ສູງອາຍຸແມ່ນໜຶ່ງໃນກຸ່ມທີ່ມີຄວາມສ່ຽງທີ່ສຸດໃນການເຈັບເປັນຮຸນແຮງ ຫຼື ເສຍຊີວິດ ເຖິງວ່າກຸ່ມເຫຼົ່ານີ້ອາດຈະບໍ່ໄດ້ເດີນທາງໄປໃນຈຸດສ່ຽງ ແຕ່ສະມາຊິກຄອບຄົວຜູ້ໜຸ່ມນ້ອຍ ກໍສາມາດເປັນສາເຫດທີ່ນໍາເຊື້ອມາສູ່ເພິ່ນໄດ້.

   ປັດຈຸບັນ ຕົວເລກປະຊາກອນຜູ້ສູງອາຍຸໃນ ສປປ ລາວ ທີ່ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແມ່ນຢູ່ທີ່ 53,9% ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກໆຄົນໃນທົ່ວປະເທດຈົ່ງຮ່ວມໃຈກັນເອົາໃຈໃສ່ຊຸກຍູ້ ແລະ ພາກຸ່ມດັ່ງກ່າວໄປຮັບການສັກວັກຊິນປ້ອງກັນຢ່າງຄົບຖ້ວນ ເຊິ່ງທ່ານສາມາດຢຸດຢັ້ງການເຈັບເປັນຮຸນແຮງທີ່ອາດສົ່ງຜົນເຖິງຂັ້ນທີ່ມີການສູນເສຍເກີດຂຶ້ນໄດ້ ດ້ວຍການສືບຕໍ່ພາພໍ່ແມ່ ລຸງປ້ານ້າອາ ພໍ່ຕູ້ແມ່ຕູ້ ປູ່ຍ່າຕາຍາຍ ຜູ້ອາຍຸສູງ ທີ່ຍັງບໍ່ທັນໄດ້ຮັບວັກຊິນໄປຮັບຕາມຈຸດບໍລິການສັກຢາທີ່ກໍານົດໄວ້ໃນທົ່ວປະເທດ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!