ຜັກກະສິກຳອິນຊີຈາກແກ້ວທະວີຄູນ ຊື້ໄດ້ທີ່ສວນໂນນຫວາຍ ແລະ 9 ຮ້ານໃນ ນວ

    ບໍລິສັດແກ້ວທະວີຄູນ ເພີ່ມພູນຊັບຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນບໍລິສັດທີ່ຜະລິດ ແລະ ຈໍາໜ່າຍພືດຜັກກະສິກຳອິນຊີ ເຊິ່ງໄດ້ເປັນທີ່ຍອມຮັບຂອງຜູ້ບໍລິໂພກໃນສັງຄົມເປັນຈໍານວນຫຼາຍ ນອກຈາກຂາຍຢູ່ສວນໂນນຫວາຍ ແລະ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ (ນວ) ແລ້ວ ຍັງໄດ້ຈັດສົ່ງວາງຈໍາໜ່າຍຕາມຮ້ານມີນີມາກ ແລະ ຮ້ານຊີ້ນສະໄລໃນ ນວ ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າ ກໍຄືຜູ້ບໍລິໂພກໄດ້ກິນຜັກກະສິກຳອິນຊີ ແລະ ມີປະໂຫຍດຕໍ່ສຸຂະພາບ. 

    ທ່ານ ນາງ ຂັນທະລີ ແສງສຸລີເດດ ຮອງອໍານວຍການບໍລິສັດແກ້ວທະວີຄູນ ເພີ່ມພູນຊັບຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໃຫ້ສໍາພາດວັນທີ 24 ກັນຍາ 2021 ວ່າ: ບໍລິສັດຂ້າພະເຈົ້າໄດ້ຈໍາໜ່າຍພືດຜັກກະສິກຳອິນຊີທີ່ຜະລິດຢູ່ສວນບ້ານໂນນຫວາຍ ເມືອງ ໄຊເສດຖາ ນວ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ມາໄດ້ຫຼາຍປີ ຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ນັບແຕ່ມີການລະບາດພະຍາດໂຄວິດ-19 ເປັນຕົ້ນມາ ບໍລິສັດໄດ້ຂາຍຈາກຢູ່ຕະຫຼາດກະສິກຳອິນຊີສູນການຄ້າລາວ-ໄອເຕັກ ວັນພຸດ ແລະ ວັນເສົາ ເວລາ 6-12:00 ໂມງ ແລະ ຈໍາໜ່າຍຢູ່ສວນບ້ານໂນນຫວາຍ ວັນຈັນ ພຸດ ແລະ ເສົາ ເວລາ 6-18:00 ໂມງ ເພື່ອຫຼຸດຜ່ອນຄວາມແອອັດ ທັງເປັນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ກໍຄືຜູ້ບໍລິໂພກພືດຜັກກະສິກຳອິນຊີ ປັດຈຸບັນ ບໍລິສັດໄດ້ເພີ່ມມື້ຂາຍຢູ່ສວນໂນນຫວາຍແຕ່ວັນຈັນ ຫາ ວັນ ເສົາ ປະກອບມີ ເຂົ້າປອດສານພິດ ສົ້ມໝູ ສົ້ມປາ ເສັ້ນລ້ອນທີ່ເຮັເຈາກສາຄູ ແລະ ອື່ນໆ ນອກນັ້ນ ຍັງຈັດສົ່ງຈໍາໜ່າຍຢູ່ຮ້ານ ພອນສິລິ ມິນິມາກ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ມີນີມາກສີອາວອນ ບ້ານສະພານທອງເໜືອ ໃກ້ໂຮງໝໍ 103 ເອັມເຈມາກ ປໍ້ານໍ້າມັນ ປຕທ ບ້ານ ສີວິໄລ ເມືອງໄຊທານີ Bill ຊີ້ນສະໄລ ຢູ່ຈີ່ນາຍໂມ້ ເມືອງຫາດຊາຍຟອງ ວີໄອ ມາກ ສາມສະຫາຍຮ້ານແຊ່ແຂງ ບ້ານຕານມີໄຊ SLIDE MEAT ບ້ານ ຄໍາຮຸ່ງ ເມືອງໄຊທານີ ແລະ ຊີ້ນສະໄລວັງຊາຍ ຮ້ານຊີພີຫົວຂົວ ເມືອງໄຊເສດຖາ ຕື່ມອີກ. 

    ທ່ານ ນາງ ຂັນທະລີ ແສງສຸລີເດດ ກ່າວຕື່ມວ່າ: ໃນໄລຍະນະຄອນຫຼວງວຽງຈັນລັອກດາວ ການໄປມາພົບຄວາມຫຍຸ້ງຍາກ ເພື່ອຫຼີກເວັ້ນຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ລູກຄ້າທີ່ຕ້ອງການພືດຜັກປອດສານພິດຂອງບໍລິສັດພວເຮົາ ສາມາດຊື້ໄດ້ຢູ່ທີ່ຮ້ານທີ່ກ່າວມາຂ້າງເທິງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!