ຜູ້ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ບ້ານນາອວນ ໄດ້ຮັບເຄື່ອງຊ່ວຍເຫຼືອ

    ຄະນະນໍາອົງການກາແດງລາວ ປະຈຳແຂວງຫຼວງພະບາງ ນໍາເອົາເຂົ້າສານ ໄຂ່ ໝີ່ສຳເລັດຮູບ ປ່ອງປາ ສະບູ ແຟັບ ແລະ ເຄື່ອງໃຊ້ປະຈຳວັນຈຳນວນໜຶ່ງ ລວມມູນຄ່າ 7.760.500 ກີບ ໂດຍຈັດເປັນຖົງໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ຢູ່ບ້ານນາອວນ ນະຄອນ ຫຼວງພະບາງ 83 ຖົງ (ຄອບຄົວລະຖົງ).

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງຫ່າວ ຈັດຂຶ້ນວັນທີ 26 ກັນຍາ 2021 ຢູ່ບ້ານນາອວນ ເຊິ່ງມອບໂດຍທ່ານ ບຸນນາກ ເພັດສຸພັນ ຮອງຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ ແລະ ຮັບໂດຍທ່ານ ຄຳຜຸຍ ສີຫານາດ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງພະບາງ ແລະ ມອບຕໍ່ໃຫ້ອົງການປົກຄອງບ້ານນາອວນ ເພື່ອນໍາໄປແຈກຍາຍໃຫ້ປະຊາຊົນຢ່າງທົ່ວເຖິງ.ມີຄະນະນຳຂອງນະຄອນ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ.    

    ປັດຈຸບັນ ບ້ານນາອວນ ຖືກກຳນົດເປັນບ້ານເຂດແດງ ຫຼື ບ້ານທີ່ເປັນພື້ນທີ່ສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19 ເຊິ່ງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນນະຄອນຫຼວງພະບາງ ໄດ້ອອກຄຳສັງປິດການເດີນທາງເຂົ້າ-ອອກຂອງປະຊາຊົນ ເພື່ອຈຳກັນການລະບາດຂອງເຊື້ອ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ. 

# ຂ່າວ – ພາບ :  ສະບາໄພ

error: Content is protected !!