ບ້ານທີ່ຖືກກໍານົດເປັນເຂດແດງໃໝ່ ມີ 9 ບ້ານ ໃນ 5 ເມືອງ

    ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃຫ້ຮູ້ວັນທີ 26 ກັນຍາ 2021 ວ່າ: ຈໍານວນບ້ານແດງຢູ່ໃນແຕ່ລະແຂວງທົ່ວປະເທດມີ 214 ບ້ານ ຈາກ 10 ແຂວງ ແລະ 32 ເມືອງ ສະເພາະນະຄອນຫຼວງວຽງຈັນມີ 84 ບ້ານ ໃນນີ້ ບ້ານທີ່ກໍານົດເປັນເຂດແດງໃໝ່ວັນທີ 25 ກັນຍາ 2021 ມີ 9 ບ້ານ ໃນ 5 ເມືອງຄື ເມືອງໄຊທານີ ມີບ້ານ ໄຮ່ ເມືອງ ໄຊເຊດຖາມີ ບ້ານ ໂພນທອງ ເມືອງສີໂຄດຕະບອງ ມີບ້ານຄື: ບ້ານໃໝ່ ໜອງບຶກເໝືອ ຫ້ວຍຫ້ອມ ແລະ ໂພນສະຫວາດໄຕ້ ເມືອງນາຊາຍທອງ ມີບ້ານ ໄຊມຸງຄຸນ ແລະ ຫົວຊ້າງ ເມືອງຫາດຊາຍຟອງມີ ບ້ານສະຫ່ວາງ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!