ປະຊາຊົນເລີ່ມມີຄວາມຕື່ນຕົວບໍ່ອອກຈາກເຮືອນ

    ສະພາບການສັນຈອນຢູ່ຕົວເມືອງນະຄອນຫຼວງວຽງຈັນ ໃນວັນທີ 26 ກັນຍາ 2021 ເຫັນວ່າບໍ່ຄ່ອຍມີຫຼາຍຄືຜ່ານມາ ຍ້ອນປະຊາຊົນນະຄອນຫຼວງວຽງຈັນເລີ່ມມີຄວາມຕື່ນຕົວສູງຂຶ້ນ ໃນການປະຕິບັດແຈ້ງການຂອງຂັ້ນເທິງ ກໍຄີຄະນະສະເພາະກິດໂຄວິດຂັ້ນສູນກາງ ແລະ ຂັ້ນນະຄອນຫຼວງວຽງຈັນໄດ້ເປັນຢ່າງດີ. 

    ພາຍຫຼັງທີ່ມີການເຂັ້ມງວດມາດຕະການຕື່ມອີກ ເຮັດໃຫ້ປະຊາຊົນໄດ້ມີຄວາມຕື່ນຕົວສູງ ຕາມການລົງເກັບກຳຂ່າວຢູ່ຈຸດກວດການເຂົ້າອອກ ແລະ ຕາມເສັ້ນທາງບາງເສັ້ນຢູ່ໃນຕົວເມືອງ ເປັນຕົ້ນ ຖະໜົນກຳແພງເມືອງຖະໜົນໄກສອນ ພົມວິຫານ ຖະໜົນໜອງທາ-ຫ້ວຍຫົງ ຖະໜົນໂພນຕ້ອງ ໂພນພະເນົາ ແລະ ເສັ້ນທາງອື່ນໆ ມີພາຫະນະສັນຈອນໜ້ອຍລົງຫຼາຍທຽບໃສ່ໄລຍະ 2-3 ວັນຜ່ານມາ ດັ່ງນັ້ນ ຂໍໃຫ້ຊາວນະຄອນຫຼວງວຽງຈັນພວກເຮົາ ຖ້າບໍ່ມີວຽກຈຳເປັນ ກໍບໍ່ໃຫ້ອອກຈາກເຮືອນຈາກບ້ານ ທັງນີ້ກໍເພື່ອປະຕິບັດຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ສຳຄັນແມ່ນການປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດໂຄວິດ.

# ຂ່າວ – ພາບ :  ສົມສະຫວັນ

error: Content is protected !!