ກຳນົດໃຫ້ມີຫຼາຍຈຸດເກັບຕົວຢ່າງວິເຄາະຫາເຊື້ອໂຄວິດ-19

    ທ່ານ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວັນທີ 26 ກັນຍາ 2021 ວ່າ: ຈຸດເກັບຕົວຢ່າງວິເຄາະຫາຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ບັນດາແຂວງ ສາມາດໄປເກັບຕົວຢ່າງໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທາງຄະນະສະເພາະກິດກໍານົດຢູ່ພາຍໃນແຂວງ ນອກຈາກຈຸດກວດຄົງທີ່ແລ້ວ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຂອງແຂວງກໍຈະມີການຊອກຄົ້ນຫາກໍລະນີຕິດເຊືື້ອແບບບຸກ ໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຕິດເຊືື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ. 

    ສໍາລັບຢູ່ນະຄອນຫຼວງວຽງຈັນ ຈຸດກວດຄົງທີ່ ມີຢູ່ສະໝານກິລາໃນຮົ່ມບຶງຂະຫຍອງ ໂຮງຮຽນ ມສ ລາວ-ຫວຽດ ເມືອງໄຊເສດຖາ ມສ ເຈົ້າອະນຸວົງ ເມືອງຈັນທະບູລີ ທຸກຈຸດກວດຄົງທີ່ ແມ່ນໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ9:00–11:30 ໂມງ ສ່ວນທີມກວດເຄື່ອນທີ່ 1 ທີມ ຂອງສາທາເມືອງໄຊທານີ  1  ທີມ  ຂອງສາທາເມືອງສີສັດຕະນາກ  1 ທີມ  ຂອງສາທາເມືອງສີໂຄດຕະບອງ ແມ່ນເຄື່ອນທີ່ເກັບຕົວຢ່າງຕາມຈຸດທີ່ມີການລະບາດພາຍໃນເມືອງຂອງຕົນ  ສະເພາະສາທາເມືອງນາຊາຍທອງ ແມ່ນມີ 2 ທີມ: 1 ທີມ ປະຈໍາຢູ່ບ້ານຫ້ວຍນໍ້າເຢັນ ຈົນຮອດວັນພຸດ ທີ 29 ກັນຍາ 2021 ທິມ ເຄື່ອນທີ່ໄປເກັບຕົວຢ່າງຕາມສູນຈໍາກັດບລິເວນພາຍໃນເມືອງ ແລະ 2 ທີມຂອງພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໄປຊ່ວຍທຸກ ເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!