ເມືອງສີສັດຕະນາກ ເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ

    ທ່ານ ພັຕ ພອນສະຫວັນ ແກ້ວວົງສີ ຮອງຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງສີສັດຕະນາກ ຜູ້ຮັບຜິດຊອບກວດກາຄົນເຂົ້າ-ອອກເມືອງ ໃຫ້ຮູ້ວ່າ: ຜ່ານການສັງເກດຕີລາຄາຄືນ ການຈັດຕັ້ງປະຕິບັດຕາມຄໍາສັງເລກທີ016/ຈນວ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຄໍາສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມທັງບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ ເຫັນວ່າຍັງມີບຸກຄົນທີ່ນໍາໃຊ້ລົດ ນໍ້າໃຊ້ຖະໜົນຍັງມີຫຼາຍ.

    ສະນັ້ນ ໂດຍປະຕິບັດຕາມຄໍາສັ່ງເລກທີ016/ຈນວ ໃຫ້ມີຄວາມຮັດກຸມ ເຂັ້ມງວດ ທຸກພາກສ່ວນຕ້ອງເພີ່ມມາດຕະການເຂັ້ມງວດທີ່ສຸດ ຕາມຄໍາສັ່ງແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນສະບັບເລກທີ 016/ຈນວ ແມ່ນໃຫ້ກວດກາຢ່າງເຄັ່ງຄັດ ຖ້າບໍ່ມີເອກະສານຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ແມ່ນໃຫ້ກັບຄືນ. ພ້ອມນີ້ ທ່ານ ພັຕ ພອນ ສະຫວັນ ແກ້ວວົງສີ ຍັງຮຽກຮ້ອງມາຍັງພະນັກງານ ທະຫານ ຕໍາຫຼວດ ແລະ ການຈັດຕັ້ງທຸກພາກສ່ວນທີ່ພວມປະຕິບັດໜ້າທີ່ຢູ່ເມືອງສີສັດຕະນາກ ກໍຄືເມືອງຕ່າງໆໃນນະຄອນຫຼວງວຽງຈັນຈົ່ງພ້ອມກັນເພີ່ມທະວີ ແລະ ຮ່ວມແຮງ ຮ່ວມໃຈປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ປະຊາຊົນທຸກຄົນ ກໍໃຫ້ເຂົ້າໃຈ ແລະ ໃຫ້ການຮ່ວມມື ເພື່ອພ້ອມກັນສະກັດກັ້ນການແຜ່ເຊື້ອພະຍາດດັ່ງກ່າວບໍ່ໃຫ້ຂະຫຍາຍໄປໃນວົງກວ້າງ.

.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!