ການປະຕິບັດຄໍາສັ່່ງເລກທີ 016/ຈນວ ມາຮອດປັດຈຸບັນ ການໄປມາຂອງປະຊາຊົນຍັງເປັນສະພາບປົກກະຕິ

    ທ່ານ ພັນໂທ ຄອນສະຫວັນ ຫອມນະບຸນລັດ ຮອງຫົວໜ້າ ປກສ ກຸ່ມ 3 ເມືອງໄຊເສດຖາ ຫົວໜ້າຈຸດກວດເຂດບ້ານໂພນທັນ ໃຫ້ສໍາພາດວັນທີ 25 ກັນຍາ 2021 ວ່າ: ຈຸດກວດການເດີນທາງໄປມາຂອງພໍ່ແມ່ປະຊາຊົນຢູ່ໄຟແດງເຂດບ້ານໂພນທັນ ໄດ້ມີການປະຈໍາການມາແຕ່ວັນທີ 19 ກັນຍາ 2021 ເປັນຕົ້ນມາ ເຊິ່ງຜ່ານການປະຕິບັດໜ້າທີ່ ມີຂໍ້ສະດວກ ເປັນຕົ້ນ ມີເຕັ່ນ ໂຕະ ຕັ່ງ ໃຫ້ອ້າຍນ້ອງກ້ອນກໍາລັງພັກເຊົາ ພ້ອມນັ້ນ ກໍມີບຸກຄົນ ນິຕິບຸກຄົນ ຫ້າງຮ້ານໄດ້ມາຊຸກຍູ້ອາຫານ-ເຄື່ອງດື່ມ ຄຽງຄູ່ກັນນັ້ນ ກໍຍັງມີຂໍ້ຫຍຸ້ງຍາກ ເນື່ອງຈາກວ່າສະພາບການສັນຈອນຍັງມີລົດຫຼາຍເປັນລັກສະນະແບບປົກກະຕິຄືກັນກັບກ່ອນບໍ່ມີຄໍາສັ່ງເລກທີ 016/ຈນວ ຫຼື ຄືກັນກັບກ່ອນບໍ່ໄດ້ລັອກດາວ ໂດຍລວມ ສັງເກດເຫັນວ່າ ບາງຫ້ອງການ ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນຍັງບໍ່ທັນເຂົ້າໃຈຕໍ່ຄໍາສັ່ງດັ່ງກ່າວ ເຫັນວ່າການຢູ່ເຮືອນຂອງປະຊາຊົນຊາວນະຄອນຫຼວງວຽງຈັນເຮັດບໍ່ໄດ້ດີ ບາງເທື່ອບໍ່ຈໍາເປັນກໍອອກເຮືອນ ແລະ ຕໍ່ວ່າຕໍ່ເຈົ້າໜ້າທີ່ປະຈໍາຈຸດກວດ ແຕ່ພໍຂໍກວດເບິ່ງເອກະສານຢັ້ຢືນຊໍ້າພັດບໍ່ມີ ບາງກໍລະນີກໍຕົວະວ່າບ້ານຢູ່ໃກ້ໆ ແຕ່ກວດເບິ່ງບັດປະຈໍາຕົວຊໍ້າພັດບໍ່ແມ່ນ ແລະ ອື່ນໆ. 

    ຕໍ່ກັບສະພາບການທີ່ກ່າວມາຂ້າງເທິງນັ້ນ ທ່ານ ພັນໂທ ຄອນສະຫວັນ ຫອມນະບຸນລັດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ມີສະຕິຕື່ນຕົວນໍາກັນ ຕື່ນຕົວສະໝັກໃຈປະຕິບັດຕາມຄໍາສັ່ງເລກທີ 016/ນຍ ຢ່າງເຂັ້ມງວດ ໃຫ້ພ້ອມພາກັນຢູ່ເຮືອນ ແລະ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອຕົວທ່ານຈະໄດ້ປອດໄພຈາກເຊື້ອພະຍາດໂຄວິດ-19 ສ່ວນການໄປປະຈໍາການຂອງພະນັກງານ ກໍຂໍໃຫ້ແຈ້ງເອກະສານຢ່າງລະອຽດ ເປັນຕົ້ນ ຕາຕະລາງມື້ທີ່ຕົນຖືກປະຈໍາການ ເອກະສານຢັ້ງຢືນຈາກຫ້ອງການ ຫຼື ກົມກອງ ສໍາຄັນ ຕ້ອງໄປແຕ່ເຊົ້າ ເພື່ອການເດີນທາງຈະໄດ້ສະດວກສະບາຍ ແລະ ອື່ນໆ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!