ຊຸກຍູ້ນໍ້າດື່ມເຈົ້າໜ້າທີ່່ກໍາລັງປະຕິບັດໜ້າທີ່່ຫຼາຍຈຸດກວດກາ

    ດ້ວຍເຫັນໄດ້ຄວາມສໍາຄັນຂອງເຈົ້າໜ້າທີ່ປະຈໍາຈຸດກວດກາການເດີນທາງໄປມາຂອງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ວັນທີ 25 ກັນຍາ 2021 ທ່ານ ອົ້ນ ພົງສະຫວັດ ຫົວໜ້າສາຂາບໍລິສັດຈັດຫາງານ ສາຂາແຂວງຄໍາມ່ວນ ໄດ້ນໍາເອົານໍ້າດື່ມມອບໃຫ້ແຕ່ລະຈຸດກວດກາ ໄດ້ເລີ່ມແຕ່ສາມແຍກສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມາຮອດຈຸດກວດກາ ເຂດໄຟແດງໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສະເພາະຈຸດນີ້ ໄດ້ມອບນໍ້າດື່ມຊຸກຍູ້ເຈົ້າໜ້າທີ່ປະຈໍາຢູ່ຈຸດກວດດັ່ງກ່າວ ປະກອບມີນໍ້າດື່ມ 10 ແພັກ ເຊິ່ງລວມທັງໝົດນໍ້າດື່ມທີ່ມອບແຕ່ລະຈຸດລວມມູນຄ່າ 8 ແສນກີບ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!