ວັນນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 292 ຄົນ

    ທ່ານ ນາງ ພອນປະເສີດ ໄຊມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 26 ກັນຍາ 2021 ວັນທີ 25 ກັນຍາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4.816 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 292 ຄົນ ໃນນີີ້ຢູ່ຊຸມຊົນ 280 ຄົນ. 

  • ຈາກນະຄອນຫຼວງວຽງຈັນ ແຍກຕາມແຫຼ່ງທີ່ມາຂອງການຕິດເຊື້ອໃນຊຸມຊົນທັງໝົດ 135 ຄົນ (ພະນັກ ງານໂຮງງານ Trio 63 ຄົນ ພະນັກງານສາງ DKSH 1 ຄົນ ພະນັກງານທະຫານ-ຕໍາຫຼວດ 3 ຄົນ ພະນັກງານໂຮງງານໂຮຢ້າ 1 ຄົນ ແລະ ພະນັກງານເດີ່ນກ໋ອຟແລັກວິວ 1 ຄົນ ສ່ວນທີ່ເຫຼືອ ທີມງານກໍາລັງສັງລວມຂໍ້ມູນ) 
  • ແຂວງຄໍາມ່ວນ 85 ຄົນ (ກໍາມະກອນບໍລິສັດຄາຍຢວນ 83 ຄົນ ຊູມຊົນທົ່ວໄປ 2 ຄົນ) 
  • ແຂວງວຽງຈັນ 16 ຄົນ ຈາກເມືອງໂພນໂຮງ 10 ຄົນ (ບ້ານໂພນຫໍ 3 ຄົນ ໂພນແກ້ວ 2 ຄົນ ນາແພງ ໂນນສະຫວາດ ນໍ້າລິນ ຊ້າງໃຫຍ່ ແລະ ນາໂພລາດ ບ້ານລະ 1 ຄົນ) ເມືອງວັງວຽງ 3 ຄົນ (ຂັນໝາກ 2 ຄົນ ວຽງແກ້ວ 1 ຄົນ) ບ້ານໂພນໝີ ເມືອງວຽງຄໍາ 3 ຄົນ 
  • ແຂວງສະຫວັນນະເຂດ 14 ຄົນ ຈາກຄ້າຍຄຸມຂັງຫຼັກ 6 ຈໍານວນ 3 ຄົນ (ຕໍາຫຼວດ 2 ຄົນ ນັກໂທດ 1 ຄົນ) ນັກບວດ 1 ຄົນ ຢູ່ວັດໂພນໄຊ ນະຄອນໄກສອນ ຍັງບໍ່ຮູ້ແຫຼ່ງທີ່ມາ ພະນັກງານແພດ 1 ຄົນ ເຮັດວຽກຢູ່ເມືອງອາດສະພອນ ເຂົ້າປະຈໍາການຢູ່ສູນຫຼັກ 9 ແລະ ຢູ່ໃນໄລຍະກັກໂຕພາຍຫຼັງອອກປະຈໍາການ ພະນັກງານທະຫານຄ້າຍ 644 ບ້ານຈະເລີນສຸກ ເມືອງອຸທຸມພອນ 1 ຄົນ ຜູ້ປະຈໍາຢູ່ ມສ ພິນ ຂຶ້ນກັບເມືອງອຸທຸມພອນ 6 ຄົນ ປະຊາຊົນບ້ານວົງພັນສີ ເມືອງອຸທຸມພອນ 2 ຄົນ ເປັນຄົນໃນຄອບຄົວພະນັກງານຕໍາຫຼວດທີ່ຕິດເຊື້ອຜ່ານມາ 
  • ແຂວງຈໍາປາສັກ 12 ຄົນ 
  • ແຂວງສາລະວັນ ບ້ານນາເຫຼັກ 4 ຄົນ ມາຈາກຄອບຄົວທີ່ຕິດເຊື້ອຜ່ານມາ ບ້ານໂພນແກ້ວ 3 ຄົນ ຄອບຄົວດຽວກັນກັບພະນັກງານແພດກາຍະບໍາບັດໂຮງໝໍແຂວງສາລະວັນທີ່ຕິດເຊື້ອຜ່ານມາ 
  • ແຂວງບໍລິຄໍາໄຊ 4 ຄົນ ບ້ານຫ້ວຍໄຮ ເມືອງປາກກະດິງ 3 ຄົນ ບ້ານໄຊສະຫວ່າງເມືອງທ່າພະບາດ 3 ຄົນ
  • ແຂວງຫຼວງພະບາງ 3 ຄົນ 
  • ແຂວງບໍ່ແກ້ວ 2 ຄົນ 
  • ຫຼວງນໍ້າທາ 1 ຄົນ ແລະ ແຂວງອັດຕະປື 1 ຄົນ. 

    ສໍາລັບກໍລະນີນໍາເຂົ້າ 12 ຄົນ ມາຈາກແຂວງສະຫວັນນະເຂດ 5 ຄົນ ຈໍາປາສັກ 3 ຄົນ ນະຄອນຫຼວງ 3 ຄົນ ຄໍາມ່ວນ 1 ຄົນ ຫຼວງພະບາງ ມາຮອດປັດຈຸບັນ ມີຕົວເລກຕິດເຊື້ອສະສົມ 21.819 ຄົນ ເສຍຊີວິດສະສົມ 16 ຄົນ ຍັງສືບຕໍ່ປິ່ນປົວ 4.492 ຄົນ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!