ການຄ້າແຂວງຄຳມ່ວນ ເອົາໃຈໃສ່ຕິດຕາມການຊື້-ຂາຍສິນຄ້າ ໄລຍະປະຕິບັດມາດຕະການເຂັ້ມງວດ

    ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ແລະ ໃນນາມຄະນະກອງເລຂາ ຮັບຜິດຊອບຊ່ວຍວຽກໃນການຕິດຕາມການຊື້-ຂາຍ ພາຍໃນ 3 ເຂດເທດສະບານ ໃນໄລຍະປິດເມືອງທ່າແຂກໄດ້ໃຫ້ສຳພາດຜ່ານສື່ມວນຊົນຂອງແຂວງ ໃນວັນທີ 24 ກັນຍາ 2021 ວ່າ : ກ່ຽວກັບການຈັດຕັ້ງປະຕິບັດ ນຳພາພໍ່ຄ້າຊາວຂາຍ ລົງຂາຍແຕ່ລະຈຸດ ຕາມທິດຊີ້ນຳຂອງຄະນະສະເພາະກິດຂັ້ນແຂວງ ເພື່ອບໍລິການຮັບໃຊ້ໃຫ້ປະຊາຊົນໄດ້ມີຄວາມສະດວກໃນການຈັບຈ່າຍ-ຊື້ສະບຽງອາຫານ ເປັນຕົ້ນແມ່ນການຊື້ຂາຍຊີ້ນ ປາ ແລະ ພືດຜັກຕ່າງໆ ໃນໄລຍະແຂວງຄຳມ່ວນໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຕາມຄຳສັ່ງເລກທີ 08 ຂອງທ່ານເຈົ້າແຂວງ.

    ພາຍຫຼັງໄດ້ຮັບການແຕ່ງຕັ້ງ ເຈົ້າໜ້າທີ່ການຄ້າພວກເຮົາໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະເຈົ້າໜ້າທີ່ຕຳຫຼວດ ກະສິກຳ ສາທາ ເພື່ອປະຕິບັດຕາມການແຕ່ງຕັ້ງຂອງຄະນະສະເພາະກິດ ເຄື່ອນໄຫວນຳພາຂະບວນລົດພໍ່ຄ້າ ແມ່ຄ້າເປີດຂາຍສິນຄ້າຕາມຈຸດຕ່າງໆຕາມຄວາມເໝາະສົມ ເພື່ອຫຼີກລ່ຽງຄວາມແອອັດ ໃນນີ້ມີ 3 ເຂດຄື: ເຂດຈອມທອງ ເຂດຈອມແຈ້ງ ແລະ ເຂດນາໂບ.

    ໃນການລົງຊຸກຍູ້ຕິດຕາມນີ້ ຜູ້ຂາຍຕ້ອງໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ໃນການປ້ອງກັນ ເຊັ່ນ: ໃສ່ຜ້າອັດປາກ-ດັງ ໃສ່ຖົງມືຕ່າງໆ ສໍາລັບຜູ້ຊື້ກໍເຊັ່ນດຽວກັນ ຕ້ອງມີໃບສັກຢາຄົ ບເຈົ້າໜ້າທີ່ພວກເຮົາຈຶ່ງອະນຸຍາດ ພ້ອມທັງມີການເວັ້ນໄລຍະຫ່າງໃນການຈຳໜ່າຍ ແລະ ຈັດຊື້ສິນຄ້າແຕ່ລະສະຖານທີ່ ສ່ວນລາຄາຂອງສິນຄ້າ ແມ່ນໄດ້ຂາຍຕາມລາຄາທີ່ລັດກຳນົດ ເປັນຕົ້ນ ລາຄາຊີ້ນງົວ ຄວາຍ ແມ່ນໃນເກນ 80.000 – 85.000 ກີບ/ກິໂລ ຊີ້ນໝູບໍ່ເກີນ 50.000 ກີບ/ກິໂລ ແລະ ໄຂ່ບໍ່ໃຫ້ເກີນ 40.000 ກີບ/ແຕະ ແລະ ຜູ້ຊື້ກໍລະນີບໍ່ໜັ້ນໃຈໃນຕາຊິງຕາມຈຸດຂາຍ ພວກເຮົາກໍມີຊິງກາງທີ່ທາງພາກລັດປະກອບສ່ວນຊຸກຍູ້ໃຫ້ ທ່ານສາມາດຊັ່ງໄດ້ ນອກຈາກຊິງແລ້ວ ແຕ່ລະຈຸດຂາຍທາງຂັ້ນເທິງຍັງໄດ້ປະກອບສ່ວນເຄື່ອງຂະຫຍາຍສຽງ ລວມເຖິງອຸປະກອນປ້ອງກັນພະຍາດໂຄວິດຈຳນວນໜຶ່ງອີກດ້ວຍ.

    ສໍາລັບຂໍ້ຫຍຸ້ງຍາກ ແມ່ນພົບບັນຫາເລັກໜ້ອຍ ແຕ່ກໍຍ້ອນຄວາມໃກ້ຊິດ ແລະ ການຊີ້ນຳຈາກຂັ້ນເທິງ ແມ່ນສາມາດລຸລ່ວງໄດ້ດີ ໃນການຂາຍນີ້ ແມ່ນໄດ້ເລາະໄປຕາມບ້ານຈະຢຸດຂາຍຕາມສະຖານທີ່ເໜາະສົມ ໂດຍເລີ່ມແຕ່ 8:00 ໂມງເຊົ້າ ຫາ 17:00 ໂມງແລງ.

    ທ່ານ ວຽງທອງ ພິມມະສອນ ຍັງໄດ້ກ່າວຕື່ມອີກວ່າ : ຂໍຖືໂອກາດນີ້ ຮຽກຮ້ອງມາຍັງປະຊາຊົນທີ່ຕ້ອງການມາຊື້ ອາຫານ ແມ່ນໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດເຊັ່ນ: ການຮັກສາໄລຍະຫ່າງ ໃສ່ຜ້າປິດປາກ ເປັນຕົ້ນ ແລະ ກໍລະນີຖ້າພົບເຫັນທາງຮ້ານໃດ ບຸກຄົນໃດມີການລັກຊື້-ຂາຍສິນຄ້າທີ່ບໍ່ໄດ້ຮັບອະນຸຍາດ ພົບເຫັນກໍລະນີຂາຍເກີນລາຄາທີ່ລັດກຳນົດໄວ້ ທ່ານກໍສາມາດແຈ້ງມາຍັງທາງເຈົ້າໜ້າທີ່ຂອງພວກເຮົາໄດ້ ສ່ວນການຂາຍຊີ້ນ ຜັກຕ່າງໆ ຖ້າບໍ່ທ່ວງທັນ ຫຼືໝົດກ່ອນ ກໍຂໍອະໄພ ພວກເຮົາຈະນໍາສະເໜີຂັ້ນເທິງໂດຍໄວ ເພື່ອນຳໄປຂາຍໃນບ້ານຕໍ່ໆໄປ ນອກຈາກການຂາຍສິນຄ້າທີ່ກ່າວມາ ພວກເຮົາຍັງມີລົດສິນຄ້າຂອງບໍລິສັດ ຊີພີ ອີກດ້ວຍ ທັງນີ້ກໍເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອຄວາມປອດໄພຂອງປະຊາຊົນ.

# ຂ່າວ – ພາບ :  ສີພອນ

error: Content is protected !!