ມື້ນີ້ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ທັງໝົດ 447 ຄົນ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ 25 ກັນຍາ 2021 ໃຫ້ຮູ້ວ່າ: ມາຮອດວັນທີ 24 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 7.674 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 447 ຄົນ ໃນນີ້ ກໍລະນີນໍາເຂົ້າມີ 20 ຄົນ ຈາກແຂວງສະຫວັນນະເຂດ 10 ຄົນ ສາລະວັນ 7 ຄົນ ຈໍາປາສັກ 1 ຄົນ ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.

    ສຳລັບການຕິດເຊື້ອໃນຊຸມຊົນມີ 427 ຄົນ ໃນນີ້ :

    ນະຄອນຫຼວງ 206 ຄົນ ຈຸດສີເກີດ: ພົບເຊື້ອ 71 ຄົນ ເມືອງໄຊທານີ: ພົບເຊື້ອ 7 ຄົນ ຈຸດບືງຂະຫຍອງ: ພົບເຊື້ອ 18 ຄົນ ມສ ເຈົ້າອານຸວົງ: ພົບເຊື້ອ 14 ຄົນ ມສ ລາວ-ຫວຽດ: ພົບເຊື້ອ 11 ຄົນ ໂຮງໝໍເຊດຖາທິລາດ ແລະ ໂຮງໝໍເດັກ ໃຫ້ຜົນບວກ 9 ຄົນ ເມືອງຫາດຊາຍຟອງ 3 ຄົນ (ບ້ານສະຫວ່າງ 2 ຄົນ ສາລາຄຳ 1 ຄົນ ເຊິ່ງແມ່ນພະນັກງານບໍລິສັດ DKSH) ເມືອງສີໂຄດຕະບອງ 2 ຄົນ (ຍາພະ ແລະ ໄຊສະຖານ) ເມືອງ ໄຊເສດຖາ 2 ຄົນ (ບ້ານ ອາມອນ ແລະ ບ້ານ ຊຽງດາ) ບ້ານໂພນປາເປົ້າ ເມືອງສີສັດຕະນາກ 1 ຄົນ ແລະ ບ້ານ ສາຍນໍ້າເງີນ ເມືອງໄຊທານີ 1 ຄົນ ສ່ວນທີ່ເຫຼືອ ທີມງານລະບາດກຳລັງສອບສວນ ແລະ ເກັບກຳຂໍ້ມູນ ຂໍໃຫ້ທ່ານຕິດຕາມທາງສື່ອອນລາຍ.

    ຄຳມ່ວນ 72 ຄົນ: ລວມມີພະນັກງານຕຳຫຼວດ 3 ຄົນ ແລະ ບໍລິສັດຄາຍຢວນ 62 ຄົນ ລາຍງານຈາກ 5 ຕົວເມືອງ: ທ່າແຂກ 57 ຍົມມະລາດ 7 ຄົນ ເຊບັ້ງໄຟ 4 ຄົນ ມະຫາໄຊ 3 ຄົນ ແລະ ຫີນບູນ 1 ຄົນ

    ຈໍາປາສັກ 50 ຄົນ: ເຊິ່ງມາຈາກ: ນະຄອນປາກເຊ ປະທຸມພອນ ແລະ ບາຈຽງ (3 ຄົນ ແມ່ນກໍາມະກອນສວນຢາງດັກລັກ)

    ຫຼວງພະບາງ 41 ຄົນ: ເຊິ່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໜອງຂຽວ ເມືອງງອຍ ທີ່ໄດ້ລາຍງານໃນວັນທີ 22 ກັນຍາ 2021 ບ້ານໜອງຂຽວ ມີ 31 ຄົນ ບ້ານໜອງອ່ຽນ ມີ 4 ຄົນ ບ້ານປາກບາກ ມີ 3 ຄົນ ມີ 3 ຄົນ (ບ້ານພູພຽງ ບ້ານສົບຮຸນ ບ້ານຈອມຍີ່ງ ມີບ້ານລະ 1 ຄົນ) ຄົນເຈັບຕິດເຊື້ອມີອາຊີບເປັນທະຫານ ພະນັກງານຄູ ພະນັກງານແພດ ອາຊີບພະນັກງານກະສິກໍາເມືອງ ເດັກນ້ອຍ ແລະ ປະຊາຊົນ ກໍາລັງສະຫຼຸບສັງລວມຂໍ້ມູນ

    ໄຊສົມບູນ 21 ຄົນ ທັງໝົດແມ່ນເສື່ອມໂຍງກັບກໍລະນີ ບ້ານໜອງວຽງຄຳ ເມືອງໄຊທານີ (ພື້ນຖານເປັນຄົນເມືອງລ້ອງຊານ ແຂວງໄຊສົມບຸນ) ອາຊີບ ກຳມະກອນ ຢູ່ພະແນກກວດຄຸນນະພາບເຄື່ອງ (QCS) ໂຮງງານຕັດຫຍິບອານປີ-ລາວ ທີ່ໄດ້ເດີນທາງໄປບ້ານທ່າເຮືອ ເມືອງລ້ອງຊານ ວັນທີ 13/9/21 (ໃຊ້ລົດຈັກໄປເອງ) ເພື່ອໄປສົ່ງສະການພໍ່ຕູ້

    ສະຫວັນນະເຂດ 12 ຄົນ: ພະນັກງານແພດ ມີ 4 ຄົນ (ໄດ້ເຂົ້າປະຈໍາການຢູ່ສູນຫຼັກ 9 ໃນວັນທີ 3 ກັນຍາ 2021 ແລະ ອອກປະຈໍາການທີ່ 15 ກັນຍາ 2021) ເຊິ່ງກວດເປັນຄັ້ງທີ 3 ຢູ່ເມືອງເຊໂປນ ມີ 2 ບ້ານຄື: ບ້ານວົງວິໄລ ມີ 2 ກໍລະນີ ບ້ານແກ້ງຢາງ 2 ກໍລະນີ ທັງສອງຄົນເປັນພະນັກງານແລ່ນເອກະສານຢູ່ດ່ານແດນສະຫວັນ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ບ້ານໂນນສະຫວ່າງ ເມືອງອຸທຸມພອນ ມີ 1 ກໍລະນີ ບ້ານສະພານເໜຶອ ນະຄອນໄກສອນ ມີ 1 ກໍລະນີ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 2 ກໍລະນີ (ກວດຄັ້ງທີ 03)

    ແຂວງວຽງຈັນ 9 ຄົນ: ເມືອງໂພນໂຮງ ມີ 6 ຄົນ (ບ້ານນາເລົ່າ ມີ 2 ຄົນ ໃນນັ້ນ ມີ 1 ຄົນ ເປັນພະນັກງານໂຮງໝໍເມືອງ) ບ້ານນາໂພມະລາດ ບ້ານໂພນງາມ ແລະ ບ້ານໂພນໂຮງ ມີບ້ານລະ 1 ຄົນ) ເຊິ່ງທັງໝົດມີປະຫວັດສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີ ຢູ່ບ້ານໂພນຫໍ ເມືອງວັງວຽງ ມີ 3 ຄົນ (ບ້ານປາກເປາະ ມີ 2 ຄົນ ແລະ ບ້ານພູດິນແດງ ມີ 1 ຄົນ) ເຊິ່ງທັງໝົດມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນຊູ ບໍ່ແກ້ວ 6 ຄົນ:

    ເຂດເສດຖະກິດພິເສດ 4 ຄົນ ເມືອງຕົ້ນເຜີ້ງ 2 ຄົນ (ບ້ານພຽງງາມ 1 ຄົນ ແລະ ບ້ານ ດອນມູນ 1 ຄົນ)

    ບໍລິຄໍາໄຊ 6 ຄົນ: ທັງໝົດມີປະຫັວດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 22 ກັນຍາ 2021 (ບ້ານທົ່ງນ້ອຍ ເມືອງປາກຊັນ) ຄື: 1 ຄົນບ້ານສີວິໄລ ເມືອງປາກຊັນ 5 ຄົນ ບ້ານທົ່ງນອ້ຍ ເມືອງປາກຊັນ (ເປັນຄອບຄົວດຽວກັນທັງໝົດ)

    ຊຽງຂວາງ 3 ຄົນ: ແລະ ຫຼວງນໍ້າທາ 1 ຄົນ: ສັນຊາດຈີນ ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

    ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21.527 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 4.403 ຄົນ ເຊິ່ງຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ: ຈຸດເກັບຕົວຢ່າງ ຢູ່ສະໝານກິລາໃນຮົ່ມບຶງຂະຫຍອງ ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ ເມືອງໄຊເສດຖາ ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ ເມືອງ ຈັນທະບູລີ ສາທາເມືອງນາຊາຍທອງ (ຢູ່ບ້ານຫ້ວຍນ້ຳເຢັນ ຮອດວັນພຸດ) ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ ຍັງມີທີມເຄື່ອນທີ່ຢູ່ບັນດາເມືອງຕື່ມອີກ ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼືທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງໃນເຂດທີ່ມີການລະບາດໃນຊຸມຊົນ.

# ຂ່າວ – ພາບ :  ວຽງມາ

error: Content is protected !!