ລາວຟອດ ຊີຕີ ມອບລົດໃຫ້ນະຄອນຫຼວງນໍາໃຊ້ຕ້ານການລະບາດພະຍາດໂຄວິດ-19

    ວັນທີ 25 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ບໍລິສັດ ລາວຟອດ ຊີຕີ ໄດ້ມອບລົດສຸກເສີນ 1 ຄັນ ໃຫ້ນະຄອນຫຼວງວຽງຈັນ ນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ນອກນັ້ນຍັງມີ ນໍ້າດື່ມ ກາເຟ ແລະ ເຂົ້າໜົມ ລວມມູນຄ່າ 1.000.000 ກີບ ຕາງໜ້າມອບຂອງທ່ານ ວິໄລສັກ ບໍລິບູນ ຜູ້ຈັດການຝ່າຍຂາຍ ບໍລິສັດລາວຟອດ ຊີຕີ ແລະ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຂອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນ ຫຼວງວຽງຈັນ.

    ລົດທີ່ມອບໃຫ້ນະຄອນຫຼວງວຽງຈັນຄັ້ງນີ້ ແມ່ນໃຫ້ນໍາໃຊ້ຈົນກວ່າບໍ່ມີການລະບາດພະຍາດໂຄວິດ-19 ຫຼື ນະຄອນຫຼວງວຽງຈັນປອດຈາກເຊື້ອພະຍາດດັ່ງກ່າວ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!