ທົບທວນການຈັດຕັ້ງປະຕິບັດວຽກງານການເງິນ 9 ເດືອນ 2021 ແລະ ທິດທາງໃນຕໍ່ໜ້າ

   ເພື່ອຍົກສູງວຽກງານການເງິນ ແລະ ງົບປະມານໃຫ້ກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມໝັັ້ນຄົງ ກຸ້ມຕົນເອງເທື່ອລະກ້າວ ດ້ວຍການເພີ່ມທະວີການຄຸ້ມຄອງຢ່າງເຂັັ້ມງວດ ຫັນເປັນທັນສະໄໝ ມີປະສິດທິຜົນສູງ ທັງເປັນການ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານໃນ 5 ປີໃຫ້ກັບຄືນມາສູ່ສະພາບປົກກະຕິ.

    ກົມນະໂຍບາຍການເງິນ ແລະ ນິຕິກໍາ ກະຊວງການເງິນ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນພັດທະນາວຽກງານການເງິນໃນ 9 ເດືອນ 2021 ແລະ ທິດທາງໃນຕໍ່ໜ້າ ພ້ອມທັງປຶກສາຫາລືການສ້າງແຜນງົບປະມານແຫ່ງລັດປີ 2022 ໃນວັນທີ 23 ກັນຍາ 2021 ໂດຍຜ່ານລະບົບກອງປະຊຸມທາງໄກ ເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ມີຫົວໜ້າຫ້ອງການກະຊວງ ຫົວໜ້າກົມ ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນຕໍ່ກອງໃນຄັ້ງນີ້ວ່າ: ເພື່ອເປັນການທົບທວນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ 9 ເດືອນ 2021 ແລະ ທິດທາງໃນຕໍ່ໜ້າ ພ້ອມດຽວກັນນີ້ ຍັງໄດ້ພ້ອມກັນປຶກສາຫາລືການສ້າງແຜນງົບປະມານແຫ່ງລັດປີ 2022 ແລະ ຮັບຟັງການສະຫຼຸບລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນໄລຍະ 9 ເດືອນ ແລະ ການຄາດຄະເນການຈັດຕັ້ງປະຕິບັດ ກໍຄືການຄາດຄະເນແຜນງົບປະມານແຫ່ງລັດໝົດປີ 2021..

   ໃນກອງປະຊຸມດັ່ງກ່າວ ບັນດາກົມຍັງໄດ້ມີການປະກອບຄໍາຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາຂະແໜງການເງິນ 9 ເດືອນ  ແລະ  ລາຍງານໃຫ້ຮູ້ເຖິງສະພາບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ 5 ປີ (2021-2025) ທີ່ຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະກົມ ເພື່ອແກ້ໄຂໃຫ້ສອດຄ່ອງກັບວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ເປັນຂໍ້ມູນອ້າງອີງໃນການນໍານົດແຜນໃນຕໍ່ໜ້າ ທັງເປັນການກະກຽມລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານໝົດປີ 2021 ເພື່ອລາຍງານຕໍ່ລັດຖະບານນໍາອີກ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!