ສ້າງຂົວສໍາຮອງຂ້າມນໍ້າພະນາຍ ເພື່ອອຳນວຍຄວາມສະດວກໃນການສັນຈອນ

    ຂົວນໍ້າພະນາຍໃນຮູບແບບຂົວເບເລ່ (ຂົວເຫຼັກ) ໄດ້ເລີ່ມລົງມືກໍ່ສ້າງ ໂດຍຖືເອົາວັນທີ 24 ກັນຍາ 2021 ເຊິ່ງເປັນລຶກງາມຍາມດີເລີ່ມຈັດຕັ້ງປະຕິບັດ ພາຍຫລັງທີ່ໄດ້ມີການກະກຽມເປັນທີ່ຮຽບຮ້ອຍ ເປັນຕົ້ນ ການລະດົມແນວຄິດ ລຸລ່ວງຄອບຄົວພໍ່ແມ່ປະຊາຊົນຕາມແລວເສັ້ນທາງແຕ່ຈຸດກໍ່ສ້າງຂົວຫາ 3 ແຍກໝື່ນໝັ້ນ ໂດຍການເຂົ້າຮ່ວມປຶກສາຫາລືກັບການຈັດຕັ້ງ ແລະ ປະຊາຊົນທີ່ຖືກຜົນກະທົບ ໃນຕອນເຊົ້າຂອງວັນດຽວກັນ ທີ່ວັດບ້ານເກິນກາງ ຂອງຄະນະຜິດຊອບການກໍ່ສ້າງ ອະດີດການນໍາ ຜູ້ຊົງຄຸນວຸດທິ ແລະ ພາກສ່ວນກ່ຽວຂ້ອງ ດ້ວຍຈິດໃຈທີ່ເປັນເອກະພາບກັນ ແລ້ວຈຶ່ງໄດ້ລົງໄປກວດກາວັດແທກໝາຍຈຸດທີ່ຕ້ອງໄດ້ແກ້ໄຂຮື້ຖອນ ເຊິ່ງແຕ່ເດີມມາ ກໍເຄີຍມີຂົວມາແລ້ວ ຫາກບໍ່ແມ່ນຂົວທີ່ແໜ້ນໜາຖາວອນ ແຕ່ກໍສາມາດແກ້ໄຂເດີນທາງຂ້າມໄປມາໄດ້ ໂດຍແມ່ນອະດີດການນໍາຮຸ່ນກ່ອນ ບັນດານັກທຸລະກິດ ແລະ ປະຊາຊົນເຂດບ້ານເກິນຮ່ວມກັນເຮັດ ອີງໃສ່ການເວລາຫຼາຍປີ ຂົວດັ່ງກ່າວຈຶ່ງເປ່ເພຫັກລົງ ສະນັ້ນການຕົກລົງສ້າງຂົວແຫ່ງດັ່ງກ່າວນີ້ຂຶ້ນຕື່ມ ກໍຍ້ອນແນວຄວາມຄິດລິເລີ່ມຂອງການນໍາເມືອງ ຂະແໜງການກ່ຽວຂ້ອງ ພາຍໃຕ້ການເຫັນດີເຫັນພ້ອມຂອງຫຼາຍພາກສ່ວນ ເພື່ອເປັນການປະກອບສ່ວນສ້າງສາພັດທະນາຖະໜົນຫົນທາງ ຮອງຮັບການສັນຈອນບໍ່ໃຫ້ມີຄວາມແອອັດ ສ້າງສິ່ງອໍານວຍຄວາມສະດວກໃຫ້ລູກຫຼານ-ພໍ່ແມ່ປະຊາຊົນຊາວເມືອງ ກໍຄືຜູ້ທີ່ສັນຈອນໄປມາຜ່ານເມືອງທຸລະຄົມ ໂດຍໝູນໃຊ້ຂົວເຫຼັກຊິ້ນສ່ວນຂົວນໍ້າພະນາຍເກົ່າ ແລະ ສະເໜີພະແນກໂຍທາທິການ ແລະ ຂົນສົ່ງສະໜອງໃຫ້ຕື່ມ ເປັນຂົວສໍາຮອງໃຊ້ສະເພາະລົດເບົາທີ່ນໍ້າໜັກບໍ່ເກີນ 8 ໂຕນ ຄວາມຍາວ 33 ແມັດ ກວ້າງ 4 ແມັດ ໂດຍແມ່ນບໍລິສັດຟ້າໃສກໍ່ສ້າງຂົວທາງ ແລະ ເຄຫະສະຖານ ຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 120.000.000 ກີບ ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດທ້າຍເດືອນຕຸລາ 2021 ນີ້.

    ໂອກາດທີ່ໄດ້ເຂົ້າຮ່ວມກວດກາການລົງມືກໍ່ສ້າງເທື່ອນີ້ ທ່ານເຈົ້າເມືອງ ແລະ ຄະນະຮັບຜິດຊອບການກໍ່ສ້າງ ໄດ້ຮຽກຮ້ອງໃຫ້ບໍລິສັດຮັບເໝົາ ຮີບຮ້ອນລົງກໍ່ສ້າງໃຫ້ຂົວສໍາເລັດຕາມເວລາທີ່ກໍານົດໄວ້ ແລະ ມອບໃຫ້ວິຊາການຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ຕິດຕາມແນະນໍາໃຫ້ຖືກຕາມເຕັກນິກ ສ່ວນກຸ່ມບ້ານ ການຈັດຕັ້ງບ້ານເກິນກາງ ໃຫ້ຕິດຕາມການຮື້ຖອນສິ່ງປຸກສ້າງທີ່ກີດຂວາງ ອໍານວຍຄວາມສະດວກໃຫ້ການກໍ່ສ້າງ ພ້ອມກັນນີ້ ທ່ານເຈົ້າເມືອງທຸລະຄົມ ຍັງໄດ້ໄປຕິດຕາມຊຸກຍູ້ການກໍ່້ສ້າງຂົວນໍ້າພະນາຍ ຂອງກຸ່ມບໍລິສັດມາລີນີຕື່ມອີກ ເພື່ອໃຫ້ຮັບຮູ້ເຫັນຕົວຈິງ ແລະ ປຸກລະດົມໃຫ້ຄະນະຮັບຜິດຊອບການກໍ່ສ້າງ ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການເທົ່າທີ່ໄວໄດ້ ແຕ່ໃຫ້ມີຄວາມຮັບປະກັນຕາມມາດຕະຖານ.

.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!