JDB ເຊັນບົດບັນທຶກຄວາມເຂົ້າໃຈລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ

    ວັນທີ 23 ກັນຍາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງທະນາຄານຮ່ວມພັດທະນາ ຫຼື JDB ແລະ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ ຫຼື Newpay ໂດຍການລົງນາມຂອງທ່ານ ວິໄລ ສີພະພອນ ຜູ້ອໍານວຍການທະນາຄານ JDB ແລະ ທ່ານ ເມກສະຫວ່າງ ພົມມາລີ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວນີວເພ ເທັກໂນໂລຢີຈອຍເວັນເຈີ ຈໍາກັດ ໂດຍຊ້ອງໜ້າຄະນະຜູ້ບໍລິຫານ ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍ.

    ຈຸດປະສົງໃນການຮ່ວມມື ແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າທັງສອງຝ່າຍມີທາງເລືອກເພີ່ມຂຶ້ນ ສົ່ງເສີມການນໍາໃຊ້ຜະລິດຕະພັນທັງສອງຝ່າຍ ການຮັກສາຖານລູກຄ້າຮ່ວມກັນ ຂະຫຍາຍຖານລູກຄ້າໃໝ່ຮ່ວມກັນ ພັດທະນາລະບົບຮ່ວມກັນ ຂະຫຍາຍເຄືອຂ່າຍບໍລິການໃຫ້ກ້ວງຂວາງ ແລະ ສາມາດເພີ່ີມຂີດຄວາມສາມາດໃນການແຂ່ງຂັນທາງດ້ານທຸລະກິດ. ທັງສອງຝ່າຍເຫັນດີຮ່ວມມືກັນໃນດ້ານຄົ້ນຄວ້າ ພັດທະນາລະບົບ ການຕື່ມເງິນ (Top Up) ເຂົ້າກະເປົາເງິນເອເລັກໂຕຣນິກ ນີວເພ ແລະ ຖອນເງິນສົດ ຈາກບັນຊີກະເປົາເງິນເອເລັກໂຕຣນິກ ນີວເພ ຜ່ານໜ້າເຄົາເຕີຂອງທະນາຄານຮ່ວມພັດທະນາໃນຂອບເຂດທົ່ວປະເທດ ນອກຈາກນັ້ນ ຍັງຈະໄດ້ຮ່ວມມືກັນຄົ້ນຄວ້າພັດທະນາລະບົບການໂອນເງິນຜ່ານລະບົບ App JDB Yes Mobile Banking ເຂົ້າຫາກະເປົາເງິນເອເລັກໂຕຣນິກ ນີວເພ ແລະ ຜ່ານລະບົບກະເປົາເງິນເອເລັກໂຕຣນິກ ນີວເພ ຫາບັນຊີທະນາຄານ ຂອງ JDB ຮ່ວມມືກັນສຶກສາຄວາມເປັນໄປໄດ້ການເຊື່ອມຕໍ່ລະບົບ API Payments Gateway ໃນການຊໍາລະສະສາງດ້ວຍລະບົບ Dynamic QR ຂອງ JDB ເພື່ອຈ່າຍເງິນ ຊື້-ຂາຍ ສິນຄ້າ ແລະ ຄ່າບໍລິການຜ່ານທາງອອນລາຍ ແລະ ຜ່ານລະບົບກະເປົາເງິນເອເລັກໂຕຣນິກ ນີວເພ ໃຫ້ແກ່ລູກຄ້າ ແລະ ຮ້ານຄ້າສະມາຊິກຂອງກະເປົາເງິນເງິນເອເລັກໂຕຣນິກ ນີວເພ.

    ປັດຈຸບັນ ທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ ຫຼາຍສະຖາບັນ ແລະ ຫຼາຍບໍລິສັດ-ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນ ໂດຍປະຕິບັດຄໍຳຂວັນທີ່ວ່າ: ພວກເຮົາຈະ “ເຕີບໃຫ່ຍໄປພ້ອມກັນ”.

.

# ຂ່າວ – ພາບ :  ຄໍາຕົ້ນ ວໍລະຈັກ

error: Content is protected !!