ອົງການປົກຄອງເມືອງສີສັດຕະນາກ ໄດ້ຮັບການຊຸກຍູ້ຜັກປອດສານພິດ

    ເພື່ອປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງເຈົ້າໜ້າທີ່ ກໍຄືອໍານາດການປົກຄອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢ່າງເອົາຈິງຈັງ ແລະ ບໍ່ຮູ້ອິດເມື່ອຍ ໃນການກວດຄັດຕອງການເດີນທາງໄປມາຂອງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ດ້ວຍເຫັນໄດ້ເຖິງຄວາມສໍາຄັນ ວັນທີ 24 ກັນຍາ 2021 ໂຄງການຮ່ວມມືລະຫວ່າງ ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ນໍາພືດພັກປອດສານພິດ ໄກ່ລາດ ແລະ ປານິນ ລວມມູນຄ່າ 1.000.000 ກີບ ມອບໃຫ້ອົງການປົກຄອງບ້ານຈອມເພັດເໜືອ ເພື່ອໃຫ້ມີສະບຽງອາຫານພຽງພໍໃນເວລາປະຕິບັດໜ້າທີ່ໄລຍະສະກັດກັ້ນການລະບາດພະຍາດໂຄວິດ-19 ເຊິ່ງກ່າວມອບໂດຍທ່ານ ນາງ ນະທີພອນ ແສງສຸລິເດດ ຮອງອໍານວຍການບໍລິສັດແກ້ວທະວີຄູນເພີ່ມພູນຊັບຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ທ່ານ ນາງ ເກສອນ ແກ້ວວົງສາ ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ຕາງໜ້າກ່າວຮັບຂອງທ່ານ ສອນເພັດ ໄຊຍະລາດ ນາຍບ້ານຈອມເພັດເໜືອ ມີເຈົ້າໜ້າທີ່ ປກສ-ປກຊ ແລະ ສະຫະພັນແມ່ຍິງບ້ານເຂົ້າຮ່ວມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!