ແກ້ວທະວີຄູນ ສືບຕໍ່ມອບເຄື່ອງຊຸກຍູ້ກ້ອນກຳລັງປະຕິບັດໜ້າທີ່ປ້ອງກັນໂຄວິດ-19

    ວັນທີ 24 ກັນຍາ 2021 ໂຄງການຮ່ວມມືລະຫວ່າງບໍລິສັດ ແລະ ພະແນກກະສິກຳ – ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ມອບຜັກປອດສານພິດ ແລະ ໄກ່ ຊຸກຍູ້ສະບຽງອາຫານໃຫ້ອ້າຍນ້ອງກ້ອນກໍາລັງໜ່ວຍງານຕໍາຫຼວດ 1191 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ປະຕິບັດໜ້າທີ່ໄລຍະການລະບາດພະຍສດໂຄວິດ-19 ລວມມູນຄ່າ 1 ລ້ານກີບ.

    ການມອບຄັ້ງນີ້ ໄດ້ຈັດຂຶ້ນທີ່ສວນໂນນຫວາຍຂອງບໍລິສັດດັ່ງກ່າວ ໂດຍການມອບຂອງທ່ານນາງ ຂັນທະລາ ແສງສຸລີເດດ ຮອງປະທານບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າຈໍາກັດ ຜູ້ດຽວ ແລະ ກ່າວຮັບຂອງທ່ານ ພັນຕີ ທັດຊະນະ ສີສຸວົງ ຫົວໜ້າໜ່ວຍງານ 1191 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!