SME ລາວ ເຂົ້າຮ່ວມງານວາງສະແດງສາກົນຂອງຈີນ ຄັ້ງທີ 17

    ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຮັບການປະສານງານຈາກບໍລິສັດເຈດາ ການຄ້າ ນໍາເຂົ້າ-ສົ່ງອອກ ຈໍາກັດຜູ້ດຽວ ທີ່ເປັນຕົວແທນຈາກຜູ້ຈັດງານທາງຝ່າຍຈີນ ໄດ້ຮ່ວມກັນຈັດງານວາງສະແດງສິນຄ້າ ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນຂອງຈີນ ຄັ້ງທີ 17 ໃນຖານະເປັນສາຂາ ສປປ ລາວ ເຊິ່ງໄດ້ຈັດຂຶ້ນຢູ່ເມືອງກວາງໂຈ ໃນລະຫວ່າງ ວັນທີ 16, 17, 18 ແລະ 19 ກັນຍາ 2021 ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງອຸດສາຫະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນ ອົງການຄຸ້ມຄອງ ແລະ ກວດກາຕະຫຼາດ ຂອງລັດຖະບານ ແລະ ປະຊາຊົນແຂວງ ກວາງຕຸ້ງ ພາຍໃຕ້ຫົວຂໍ້ “ພູມປັນຍາ ຄວາມສະຫຼາດ ການຜະລິດອັດສະລິຍະ ແລະ ສີຂຽວ”. ງານວາງສະແດງຄັ້ງນີ້ ໃຊ້ວິທີການທາງອອນລາຍ ແລະ ອັອຟລາຍ ເພື່ອເປັນເວທີໃຫ້ແກ່ຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນປະເທດຕ່າງໆ ເຊັ່ນ: ຈີນ ໄທ ຫວຽດນາມ ມຽນມາ ກໍາປູເຈຍ ສປປ ລາວ ອິນເດຍ ບັງກະລາເທດ ເຢຍລະມັນ ຍີ່ປຸ່ນ ສະຫະລັດອາເມຣິກາ ອາຣັບເອມີເຣດ ແລະ ປະເທດອື່ນໆ ໄດ້ສະແດງສິນຄ້າ ການສື່ສານ ການສະໜອງ ການບໍລິການທີ່ສົມບູນແບບ ແລະ ເປັນລະບົບ ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດ ແລະ ຊ່ວຍພັດທະນາຄຸນນະພາບຂອງ SMEs ໃນງານວາງສະແດງສາກົນນີ້ ໄດ້ຈັດໃຫ້ມີໂຄງການ Roadshows ແລະ ກິດຈະກໍາເຊື່ອມໂຍງຕ່າງໆ ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານລຸ້ນໃໝ່ ເຊັ່ນ: ປັນຍາປະດິດ (AI) ແລະ ການແປພາສາແບບອັດຕະໂນມັດ ເພື່ອຕອບສະໜອງການເຈລະຈາການຮ່ວມມືສາກົນຂ້າມພາກພື້ນ ຄົ້ນຫາວິທີແກ້ໄຂບັນຫາ ແລະ ອຸປະສັກດ້ານພາສາ ຄວາມຫຍຸ້ງຍາກໃນການຮັບຮູ້ຂໍ້ມູນຂ່າວສານ ຕົ້ນທຶນທຸລະກິດ ແລະ ຄວາມສ່ຽງທາງກົດໝາຍສູງ ຄ່າໃຊ້ຈ່າຍໃນການໂຄສະນາປະຊາສໍາພັນຢູ່ຕ່າງປະເທດ ແລະ ການຂາດຄວາມສາມາດທາງທຸລະກິດລະຫວ່າງປະເທດທີ່ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຈາກປະເທດຕ່າງໆ ເຂົ້າຮ່ວມໃນການການຮ່ວມມືລະຫວ່າງປະເທດ ໂຄງການ Roadshow ຈັບຄູ່ທຸລະກິດໃນງານວາງສະແດງນີ້ໄດ້ ຈັດໃຫ້ມີ SMEs ຈາກປະເທດຕ່າງໆ ແລະ ອົງການຈັດຕັ້ງທີ່ໃຫ້ບໍລິການຫຼາຍກວ່າ 500 ຫົວໜ່ວຍເຂົ້າຮ່ວມກິດຈະກໍານໍາກັນ.

    ການເຂົ້າຮ່ວມງານວາງສະແດງສິນຄ້າວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນຂອງຈີນ ຄັ້ງທີ 17 ຄັ້ງນີ້ ແມ່ນເປັນເທື່ອທໍາອິດສໍາລັບຜູ້ປະກອບກິດຈະການຈຸລະວິສາຫະກິດຂະໜາດນ້ອຍ ແລະ ກາງ ຈາກ ສປປ ລາວ ໃຫ້ຄວາມສົນໃຈເຂົ້າຮ່ວມເຖິງ 66 ຫົວໜ່ວຍ ໂດຍຜ່ານທາງອອນລາຍ ໃນທ່າມກາງສະຖານະການປັດຈຸບັນ ທີ່ຮຽກຮ້ອງໃຫ້ SMEs ລາວ ຂອງພວກເຮົາຈໍາເປັນຕ້ອງໄດ້ຮຽນຮູ້ ແລະ ປັບປຸງທຸລະກິດຂອງຕົນຄືນໃຫມ່ເພື່ອຮອງຮັບກັບການປ່ຽນແປງ ແລະ ເກັບກ່ຽວເອົາໂອກາດທາງທຸລະກິດ ໂດຍຫັນຈາກຮູບແບບດັ່ງເດີມ ໄປສູ່ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ເກີດປະໂຫຍດສູງສຸດ ເພື່ອກຽມຄວາມພ້ອມເຂົ້າສູ່ເວທີແຂ່ງຂັນໃນລະດັບພາກພື້ນຕໍ່ໄປ.

# ຂ່າວ – ພາບ :  ວຽງມາ

error: Content is protected !!