ນະຄອນຫຼວງວຽງຈັນ ໄດ້ຮັບອຸປະກອນການແພດຕ້ານໂຄວິດ-19

    ຫ້ອງການກະຊວງການຕ່າງປະເທດ ໄດ້ນຳເອົາອຸປະກອນການແພດ ປະກອບມີ ຜ້າອັດປາກ-ດັງ ຈຳນວນ 50 ແກັດ ( 125.000 ອັນ ) ຊຸດ PPE (ຊຸດປ້ອງກັນໂຄວິດ) ຈຳນວນ 75 ແກັດ ( 3.000 ຊຸດ ) ແລະ ແວ່ນຕາປ້ອງກັນ ຈຳນວນ 5 ແກັດ ( 250 ອັນ) ທີ່ຫ້ອງການກະຊວງການຕ່າງປະເທດ ຮ່ວມກັບບັນດາສະຖານທູດ ແລະ ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໄດ້ລະດົມຂົນຂວາຍການຊ່ວຍເຫຼືອຈາກບັນດາປະເທດ ແລະ ນະຄອນເພື່ອນມິດ ມາມອບເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ເຊິ່ງພິທີມອບ-ຮັບ ໄດ້ມີຂຶ້ນທີ 24 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຕາງໜ້າມອບຂອງທ່ານ ບຸນທັນ ກຸສົນສະໜອງ ຮັກສາການຫົວໜ້າຫ້ອງການກະຊວງການຕ່າງປະເທດ ຕາງໜ້າຮັບໂດຍທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທັງເປັນຫົວໜ້າພະແນກການຕ່າງປະເທດນະຫຼວງວຽງຈັນ.

    ໂອກາດນີ້ ອົງການປົກຄອງນະຄອນຫຼວງວຽງຈັນ ກໍໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ອີກດ້ວຍ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!