ແກ້ວທະວີຄູນ ປະກອບສ່ວນຜັກປອດສານພິດໃຫ້ອົາການປົກຄອງບ້ານໂນນຫວາຍ

    ໂຄງການຮ່ວມມືລະຫວ່າງ ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ນໍາພືດພັກປອດສານພິດ ໝີ່ສໍາເລັດຮູບ (ໄວໆ) ແລະ ໄຂ່ໄກ່ ລວມມູນຄ່າ 1.000.000 ກີບ ມອບໃຫ້ອົງການປົກຄອງບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນຊຸກຍູ້ສະບຽງອາຫານໃຫ້ກ້ອນກໍາລັງຂອງເຈົ້າໜ້າທີ່ກຳລັງປະຕິບັດໜ້າທີ່ສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ-19 ໂດຍສະເພາະ ຈຸດກວດກັ່ນຕອງການເດີນທາງເຂົ້າອອກຂອງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຢູ່ຈຸດສາມແຍກໂນນຫວາຍທາງຕັດໃໝ່ເຂົ້າໄປຫາເຂດເສດຖະກິດບຶງທາດຫຼວງ. 

    ພິທີມອບ-ຮັບ ໄດ້ຈັດຂຶ້ນວັນທີ່ 23 ກັນຍາ 2021 ທີ່ຈຸດດັ່ງກ່າວ ເຊິ່ງກ່າວມອບໂດຍທ່ານ ນາງ ນະທີພອນ ແສງສຸລິເດດ ຮອງອໍານວຍການບໍລິສັດແກ້ວທະວີຄູນເພີ່ມພູນຊັບຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ທ່ານ ນາງ ເກສອນ ແກ້ວວົງສາ ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ຕາງໜ້າກ່າວຮັບຂອງທ່ານ ບຸນທ່ຽງ ແກ້ວມະນີວົງ ຄະນະບ້ານໂນນຫວາຍ ມີເຈົ້າໜ້າທີ່ ປກສ-ປກຊ ແລະ ສະຫະພັນແມ່ຍິງບ້ານເຂົ້າຮ່ວມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!