ບໍ່​ຄຳ-ທອ​ງ​ເຊ​ໂປນ ປອດ​​ເຊື້ອ​ພະ​ຍາດໂຄວິດ-19

    ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ເດີນທາງໄປ​ຢ້ຽມ​ຢາມ​ເມືອງວິ​ລະ​ບູ​ລີ ເພື່ອ ກວດ​ກາ​ມາດ​ຕະ​ການ​ຮັບ​ມື​ກັບການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ​ວັນ​ທີ 21 ກັນ​ຍາ 2021 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ ເຈົ້າ​ເມືອງວິ​ລະ​ບູ​ລີ ແລະ ພາກສ່ວນກ່ຽວຂ້ອງ.

    ​ໂອກາດນີ້ ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ ກໍໄດ້​ສະ​ເໜີ​ເຈດ​ຈຳ​ນົງໃນ​ການ​ລົດ​ລະ​ດັບ​ຄວາມ​ສ່ຽງ​ຕໍ່​​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ໃຫ້​ໂຄງ​ການ​ຄຳ-ທອງ​ເຊ​ໂປນ ຂອງ​ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ​(ລ​ຊມ​ລ) ໃຫ້​ພົ້ນອອກ​ຈາກ​ເຂດ​ແດງ ມາ​ເປັນ​ເຂດ​ເຫຼືອງ ພາຍຫຼັງ​ທີ່ພາກ​ສະ​ໜາມ​ບໍ່​ຄຳ-ທອງ ເຊ​ໂປນ ​ບໍ່ ພົບການ​ຕິດ​ເຊື້ອ​ໃໝ່​ຜ່ານ​ມາ 17 ວັນ​ຕິດ​ຕໍ່​ກັນ ​ປັດ​ຈຸ​ບັນ ທຸກໆ​ບ້ານ​ໃນ​ເມືອງວິ​ລະ​ບູ​ລີ ໄດ້​ຖືກ​ປະ​ກາດ​ໃຫ້​ເປັນ​ເຂດ​ປອດ​ເຊື້ອ​ພະ​ຍາດໂຄວິດ-19 ເປັນ​ບ້ານ​ຂຽວ ​ໂດຍການ​​ຜ່ອນ​ຜັນ​ມາດ​ຕະ​ການ​ຈຳ​ນວນ​ໜຶ່ງ.

    ພາຍຫຼັງ​ທີີ່​​ພົບ​ກໍລະ​ນີຕິດ​ເຊື້ອພະຍາໂຄວິດ-19 ​ໃນ​ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ​ຮັບ​ເໝົາ​ຂົນ​ສົ່ງ​ຈຳ​ນວນ​ໜຶ່ງ ໂຄງ​ການ​ບໍໍ່​ຄຳ-ທອງ​ເຊ​ໂປນ ​ກໍ​ໄດ້ຍົກ​ລະ​ດັ​ບມາດ​ຕະ​ການ​ດ້ານ​ສຸ​ຂະ​ອະ​ນາ​ໄມ ການ​ຈຳ​ກັດ​ບໍ​ລິ​ເວນ ການ​ຄົ້ນ​ຫາ​ຜູ້​ສຳ​ຜັດ​ໃກ້​ຊິດ ແລະ ການກວດ​ຫາ​ເຊື້ອຢ່າງ​ຕັ້ງ​ໜ້າ ແລະ ທັນ​ການ ​ສອດ​ຄ່ອງ​ກັບຄຳ​ສັ່ງ​ການ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ການ​ລະ​ບາດ ​ທີ່​ລັດ​ຖະ​ບານ​ລາວ​ໄດ້​ວາງ​ອອກ ເພື່ອ​ໃຫ້​ສາ​ມາດລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ການ​ຕິດ​ເຊື້ອ ​ລວມ​ທັງ​​ການແຍກ​ປ່ຽວ​ຕໍ່​​​ກໍ​ລະ​ນີ​ສ່ຽງ ເພື່ອຕັດ​ວົງ​ຈອນ​ການ​ຕິດ​ເຊື້ອທັນ​ທີທີ່​ໄດ້​ກວດ​ພົບ​ການ​ຕິດ​ເຊື້ອ ບໍ​ລິ​ສັດ​ກໍໄດ້​ລ໋ອກ​ດາວພາກ​ສະ​ໜາມ​ເຊ​ໂປນ​ ໂດຍ​ຫ້າມ​ຄົນ​ເຂົ້າ-ອອກ ແລະ ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບອຳ​ນາດ​ການ​ປົກ​ຄອງ​ເມືອງ ແຂວງ ແລະ ຂັ້ນ​ສູນ​ກາງ ກໍ​ຄືບໍ​ລິ​ສັດ​ຮັບ​ເໝົາ​ທ້ອງ​ຖິ່ນ ​ເພື່ອປ້​ອງ​ກັນ​ບໍ່​ໃຫ້​ມີ​ການ​ລະ​ບາດ​ ເພີ່ມ​ຕື່ມ. 

    ໂດຍ​ລວມ ​​ໄດ້​ມີ​ການ​ລາຍ​ງານກໍ​ລະ​ນີ​ຕິດ​ເຊື້ອຢູ່​ສະ​ໜ​າມ​ເຊ​ໂປນ 33 ຄົນ ໃນ​ນີ້ ​ຜູ້​ຮັບ​ເໝົາ 25 ຄົນ ແລະ ພະ​ນັກ​ງານ ລ​ຊມ​ລ 8 ຄົນ ທຸກໆ​ກໍ​ລະ​ນີ​ແມ່ນ​ຕິດ​ພັນ​ກັບ​ຜູ້​ຮັບ​ເໝົາ​ຂົນ​ສົ່ງ​ 25 ຄົນ ດັ່ງທີ່​ໄດ້​ລາຍ​ງານ​​ເບື້ອງ​ຕົ້ນ ບຸກ​ຄົນ​ທີ່​ຕິດ​ເຊື້ອ​ແມ່ນ​ໄດ້​ເຂົ້າ​ຮັບ​ການ​ປິ່ນ​​ປົວຢູ່​ສູນ​ປິ່ນ​ປົວຢູ່ແຂວງ​ສະ​ຫວັນ​ນະເຂດ​​ຕາມທີ່​ພາກ​ລັດ​​ໄດ້​ກຳ​ນົດໃຫ້ ແລະ ​ໄດ້ປິ່ນ​ປົວ​ຫາຍ​ດີ​ຢ່າງ​ປອດ​ໄພ ພາຍຫຼັງ​ສຳ​ເລັດ​ການ​ປິ່ນ​ປົວ ທຸກໆ​ກໍ​ລະ​ນີ​​ໄດ້​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ຢູ່​ສູນຄົບ​ຕາມ​ກຳ​ນົດ​ເວ​ລາ​ທີ່​ລັດ​ຖະ​ບານ​ກຳ​ນົດໃຫ້​ ແລະ ຍັງ​ໄດ້​ກັກ​ຕົວ​​ຢູ່​ເຮືອນ​ຂອງ​ຕົນ ຕື່ມ​ອີກ 7 ວັນ. 

    ນັບ​ແຕ່ວັນ​ທີ 22 ສິງ​ຫາ ທີ່​ເລີ່ມ​ມີ​ການ​​ຕິດ​ເຊື້ອ​​​ ລ​ຊມ​ລ ໄດ້​ດຳ​ເນີນ​ການກວດ​ເຊື້ອພະຍາດໂຄວິດ-19 ໃຫ້​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ ​11.000 ຕົວ​ຢ່າງ ໃນ​ນີ້ນັບ​ແຕ່​ວັນ​ທີ 5 ກັນ​ຍາ ເປັນ​ຕົ້ນ​ມາ ກໍ​ບໍ່​​ພົບ​ຜູ້​ຕິດ​ເຊື້ອ​ອີກ​ເລີຍ ຍ້ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸ​ກ​ແຂວງ​ສະ​ຫວັນ​ນະ​ເຂດ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຂອງ ລ​ຊມ​ລ 5.000 ຄົນ (99% ຂອງ​ແຮງ​ງານ​ທັງ​ໝົດ) ​ໄດ້​ຮັບ​ການສັກວັກ​ຊີນ​ຕ້ານພະຍາດໂຄວິດ-19 ທຸ​ກ​ຄົນ​ທີ່​ຈະ​ເຂົ້າ​ພາກ​ສະ​ໜາມ​ເຊ​ໂປນ ຫ້ອງ​ການ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດ ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ ລ​ຊມ​ລ​ ​ໄດ້​ຕັ້ງ​ໜ້າປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ຈຳ​ກັດ​ບໍ​ລິ​ເວນ ແລະ ກວດ​ຫາ​ເຊື້ອ​ຂອງ​ລັ​ດ​ຖະ​ບານ ກໍ​ຄື​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກສະ​ເໝີ​ມາ.

    ລ​ຊມ​ລ ມີ​ຄວາມ​ມຸ່ງ​ໝັ້ນ​ເຮັດ​ວຽກ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບລັດ​ຖະ​ບານ ເພື່ອ​ຍົກ​ລະ​ດັບ​ຄວາມ​​ສາ​ມາດ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດຂອງພະຍາດໂຄວິດ-19 ໂດຍໄດ້​ສະ​ໜອງ​ເຄື່ອງ​ມື​ກວດ​ເຊື້ອ​ພະຍາດໂຄວິດ-19 ແບບ​ໄວ ພ້ອມ​ທັງສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ ທຶນ​ຮອນຈຳ​ນວນ​ໜຶ່ງ​ແກ່​ເມືອງ​ວິ​ລະ​ບູ​ລີ ​ໃນ​ການ​ກະ​ກຽມ​ໂຮງ​ໝໍ​ພາກ​ສະ​ໜາມ ພ້ອມ​ທັງ​ໃຫ້ການ​ສະ​ໜັບ​ສະ​ໜູນ​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ​ ໃນ​ການ​ຍົກ​ລະ​ດັບ​ສູນ​ຈຳ​ກັດ​ບໍ​ລິ​ເວນ ແລະ ເຄື່ອງກວດ​ເຊື້ອ​ແບບ PCR ເຂົ້າ​ໃນວຽກ​ງານ​ຂອງ​ແຂວງ ​ເພື່ອ​ປົກ​ປ້ອງ​ປະ​ຊາ​ກອນ ໃຫ້​ສາ​ມາດຫຼີກ​ເວັ້ນ​​ຈາກ​ການ​ລະ​ບາດ​ຂອງພະ​ຍາດໂຄວິດ-19 ​ປັດ​ຈຸ​ບັນ ​ລ​ຊມ​ລ ໄດ້​​ສະ​ໜັບ​ສະ​ໜູນລັດ​ຖະ​ບາ​ນລາວ​ໃນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ​ບາດ​ພະ​ຍາດໂຄວິດ-19 ​ທັງ​ໝົດ 450.000 ໂດ​ລາສະ​ຫະ​ລັດ ແລະ ນັບ​ແຕ່​ໄດ້​ເລີ່ມ​ດຳ​ເນີນ​ງານ​ ​ປີ 2003 ລ​ຊມ​ລ ໄດ້​ປະ​ກອບ​ສ່ວນ 1,5 ຕື້ໂດລາສະຫະລັດ​ ເພື່ອເປັນ​ລາຍ​ຮັບ​ໂດຍ​ກົງ​ແກ່​ລັດ​ຖະ​ບານ​ ບວກ​ກັບຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ທີ່​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ​ໂດຍຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ ການ​ສ້າງວຽກ​ເຮັດ​ງານ​ທຳ ການ​ເຝິກ​ອົບ​ຮົມ​ ແລະ ​ການພັດ​ທະ​ນາ​ສີ​ມື​ແຮງ​ງານ ກໍ​ຄືສະ​ໜັບ​ສະ​ໜູນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ້ອງ​ຖິ່ນ ​ຢູ່ແຂວງ​ສະ​ຫວັນ​ນະ​ເຂດ ແລະ ສ​ປ​ປ ລາວ. 

# ຂ່າວ – ພາບ : ສະບາໄພ

error: Content is protected !!