ນະຄອນຫຼວງວຽງຈັນ ຍັງອັນຕະລາຍ ວັນນີ້ກວດພົບຜູ້ຕິດເຊື້ອໃນຊຸມຊົນໄປອີກ 229 ຄົນ

    ທ່ານ ດຣ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 24 ກັນຍາ2021 ຢູ່ກະຊວງສາທາລະນະສຸກວ່າ: ວັນຜ່ານມາ ໄດ້ກວດວິເຄາະທັງໝົດ 5.​965 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 434 ຄົນ ເຊີ່ງມີກໍລະນີນໍາເຂົ້າ 28 ຄົນ ຄືຈາກແຂວງສາລະວັນ 10 ຄົນ ສະຫວັນນະເຂດ 10 ຄົນ ຈໍາປາສັກ 6 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ.

    ສຳລັບການຕິດເຊື້ອໃນຊຸມຊົນ ມີສູງເຖິງ 406 ຄົນ ໃນນັ້ນ ສະເພາະນະຄອນຫຼວງວຽງຈັນ ຈໍານວນ 229 ຄົນ ເຊິ່ງລາຍລະອຽດດັ່ງນີ້:

  • ພະນັກງານບໍລິສັດ Trio 141 ຄົນ
  • ພະນັກງານບໍລິສັດ Venture 51 ຄົນ
  • ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ)
  • ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ
  • ທະຫານຕຳຫຼວດ 2 ຄົນ
  • ບໍລິສັດໄອນິວ 1 ຄົນ
  • ບໍລິສັດໂນວາອາໄຫຼ່ 1 ຄົນ
  • ຕະຫຼາດທ່າງ່ອນ 6 ຄົນ
  • ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່)
  • ບໍລິສັດເມືອງວັງ 2 ຄົນ (ຄອບຄົນດຽວກັນ)
  • ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ.​

    ສ່ວນການຕິດເຊື້ອໃນຊຸມຊົນຂອງແຕ່ລະແຂວງ ມີແຂວງອຸດົມໄຊ: 1 ຄົນ ຫຼວງນໍ້າທາ: 2 ຄົນ ຫຼວງພະບາງ: 12 ຄົນ ວຽງຈັນ: 49 ຄົນ ບໍ່ແກ້ວ: 6 ຄົນ ຄໍາມ່ວນ: 69 ຄົນ ສາລະວັນ: 3 ຄົນ ສະຫວັນນະເຂດ: 3 ຄົນ ຈໍາປາສັກ: 28 ຄົນ ແລະ ແຂວງອັດຕະປືອີກ 4 ຄົນ.

    ມາຮອດວັນນີ້ ລາວເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21.​080 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 4.​508 ຄົນ.

    ສໍາລັບເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງວຽງຈັນ:

  • ໂຮງງານອານປີ ບ້ານໜອງທາເໜືອ ເມືອງຈັນທະບູລີ
  • ໂຮງງານ ທຣີໂອ ບ້ານ ສີເກີດ ເມືອງນາຊາຍທອງ
  • ໂຮງງານ ເວັນເຈີ ບ້ານສີວິໄລ ເມືອງ ໄຊທານີ
  • ຕະຫຼາດ ທ່າງ່ອນ
  • ໂຮງງານນໍ້າດື່ມ ຄຣິດສະຕອນ
  • ບໍລິສັດ ເມືອງວັງ
  • ບໍລິສັດ DKSH
  • ຕະຫຼາດ ອົດຊີ

    ປັດຈຸບັນ ບ້ານທີ່ຍັງເປັນເຂດແດງໃນນະຄອນຫຼວງວຽງຈັນ ມີ 69 ບ້ານ ບ້ານໃໝ່ທີ່ກຳນົດເປັນເຂດແດງໃນນະຄອນຫຼວງວຽງຈັນ ມີ 11 ບ້ານ ໃນ 5 ເມືອງຄື:

  • ເມືອງໄຊທານີ: ບ້ານນາທົ່ມ ແລະ ຍ້ານສົມສະຫວັນ
  • ເມືອງໄຊເຊດຖາ: ບ້ານທາດຫຼວງໃຕ້
  • ເມືອງຫາດຊາຍຟອງ: ບ້ານ ສິມມະໂນ
  • ເມືອງສີໂຄດຕະບອງ: ບ້ານໜອງບົວທອງເໜືອ ແລະ ບ້ານນາເລົ່າ
  • ເມືອງນາຊາຍທອງ:  ບ້ານນາຊາຍທອງເໜືອ ບ້ານປັກແຮດ ບ້ານອີໄລເໜືອ  ບ້ານດົງຫຼວງ ແລະ ບ້ານນາຄູນ.​

# ຂ່າວ – ພາບ :  ລັດເວລາ

error: Content is protected !!