ກຸ່ມລົດຕູ້ສາມັກຄີເມືອງຫົງສາ ມອບອຸປະກອນສົມທົບສ້າງສະໂມສອນກອງບັນຊາການທະຫານເມືອງ

    ກຸ່ມລົດຕູ້ສາມັກຄີເມືອງຫົງສາ ແຂວງໄຊຍະບູລີ ນໍາໂດຍທ່ານ ອາລຸນ ວັນນະຜະຜົນ ພ້ອມດ້ວຍສະ ມາຊິກ ນໍາເອົາຊີມັງ 6 ໂຕນ ແລະ ເຫຼັກເສັ້ນຈຳນວນໜຶ່ງ ລວມມູນຄ່າ 8.500.000 ກີບ ໄປມອບໃຫ້ກອງບັນຊາການທະຫານເມືອງຫົງສາ ວັນທີ 22 ກັນຍາ 2021 ເພື່ອສົມທົບກໍ່ສ້າງສະໂມສອນກອງບັນຊາການດັ່ງກ່າວ ເຊິ່ງຮັບໂດຍທ່ານ ພັ.ທ ສີວັນ ທະນູສິງ ຫົວໜ້າການທະຫານກອງບັນຊາການທະຫານເມືອງຫົງສາ ມີທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ພັ.ທ ສີວັນ ທະນູສິງ ກໍໄດ້ສະແດງຄວາມຂອບໃຈກຸ່ມລົດຕູ້ສາມັກຄີເມືອງຫົງສາ ທີ່ໄດ້ບິແບ່ງທຶນຮອນຂອງຕົນ ເພື່ອສົມທົບກໍ່ສ້າງສະໂມສອນກອງບັນຊາການທະຫານເມືອງຫົງສາຄັ້ງນີ້ ພ້ອມທັງຈະນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດ ແນໃສ່ພັດທະນາກົມກອງໃຫ້ນັບມື້ດີຂຶ້ນ ພ້ອມນີ້ທ່ານຍັງໄດ້ສະແດງຄວາມຂອບໃຈທ່ານຮອງເຈົ້າເມືອງ ທີ່ໄດ້ຮ່ວມລະດົມການຊ່ວຍເຫຼືອຄັ້ງນີ້ ຕື່ມອີກ.

# ຂ່າວ – ພາບ : ສະບາໄພ

error: Content is protected !!