ກວດພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 694 ກໍລະນີ ໃນນີ້ຕິດໃນຊຸມຊົນ 666 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 23 ກັນຍາ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 22 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.652 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 694 ຄົນ ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງສາລະວັນ 13 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ສະຫວັນນະເຂດ 5 ຄົນ ຈຳປາສັກ 4 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

    ສໍາລັບ ການຕິດເຊື້ອໃນຊຸມຊົນ ມີ 666 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

    ນະຄອນຫຼວງ 563 ຄົນ ເກືອບ 90% ມາຈາກໂຮງງານຕັດຫຍິບ ລາຍລະອຽດຄື: ຈາກໂຮງງານ ທຣີໂອ 371 ຄົນ ເມືອງນາຊາຍທອງ ພົບ 89 ຄົນ ໂຮງງານເວັນເຈີ ບ້ານສາຍນໍ້າເງິນ 42 ຄົນ ຈຸດເກັບຕົວຢ່າງຈາກບຶງຂະຫຍອງ ໃຫ້ຜົນບວກ 36 ຄົນ ຈຸດເກັບຕົວຢ່າງໂຮງໝໍເຊດຖາທິລາດ ແລະ ໂຮງໝໍເດັກ 9 ຄົນ ຈາກເມືອງໄຊເສດຖາ 2 ຄົນ ເມືອງຫາດຊາຍຟອງ 3 ຄົນ ເມືອງໄຊທານີ 1 ຄົນ ເມືອງສີໂຄດຕະບອງ 2 ຄົນ ເມືອງນາຊາຍທອງ 1 ຄົນ ມາຈາກສູນກັກກັນສີໂຄດ 8 ຄົນ ສູນຫຼັກ 27 ມີ 8 ຄົນ ໂຮງໝໍ 103 ມີ 1 ຄົນ ໂຮງໝໍມິດຕະພາບ 1 ຄົນ ແລະ ກົມໃຫຍ່ກອງທັບ 641 ມີ 4 ຄົນ.

    ຈຳປາສັກ 46 ຄົນ ຄໍາມ່ວນ 25 ຄົນ ສະຫວັນນະເຂດ 10 ຄົນ ບໍລິຄໍາໄຊ 5 ຄົນ ຫຼວງນ້ຳທາ 5 ຄົນ ຫຼວງພະບາງ 5 ຄົນ ແຂວງວຽງຈັນ 4 ຄົນ ຊຽງຂວາງ 2 ຄົນ ແລະ ສາລະວັນ 1 ຄົນ.

    ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 20.646 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.861 ຄົນ.

    ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງວຽງຈັນ ໂຮງງານອານພີ ບ້ານໜອງທາ ເມືອງຈັນທະບູລີ ໂຮງງານທຣີໂອ ບ້ານສີເກີດ ເມືອງນາຊາຍທອງ ໂຮງງານເວັນເຈີ ບ້ານສີວິໄລ ເມືອງໄຊທານີ ຕະຫຼາດທ່າງ່ອນ ໂຮງງານນໍ້າດື່ມຄຣິດສະຕໍ ຊຸບເປີມາເກັດດີມາກ ຫຼັກ 7 ບໍລິສັດ ເມືອງວັງ ບໍລິສັດ ດີເຄ ແລະ ບໍລິສັດ ກຸງສີເຊົ່າສິນເຊື່ອ

    ບ້ານໃໝ່ທີ່ກໍານົດເປັນເຂດແດງໃນນະຄອນຫຼວງວຽງຈັນ ມີ 2 ບ້ານ: ບ້ານໂນນແກ້ວ ເມືອງໄຊທານີ ແລະ ບ້ານໂພນສະຫວັນ ເມືອງສີສັດຕະນາກ

    ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບນະຄອນຫຼວງວຽງຈັນແມ່ນມີ:

    1.ຈຸດເກັບຕົວຢ່າງ ເດີ່ນກີລາໃນຮົ່ມ ບຶງຂະຫຍອງ

    2.ຈຸດເກັບຕົວຢ່າງ ເມືອງໄຊເສດຖາ ໂຮງຮຽນ ມສ ລາວ-ຫວຽດ

    3.ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ

    4.ຈຸດເກັບຕົວຢ່າງ ເຄື່ອນທີ່ຕາມໂຮງງານ 3 ກຸ່ມ

    5.ຈຸດເກັບຕົວຢ່າງ ເມືອງນາຊາຍທອງ ແມ່ນຢູ່ໂຮງໝໍເມືອງ

    6.ຈຸດເກັບຕົວຢ່າງ ເມືອງໄຊທານີ ແມ່ນຢູ່ ມສ ຕານມີໄຊ

    7.ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງກໍເກັບຕົວຢ່າງເຊັ່ນກັນ.

    ທັງ 7 ທີມ ແມ່ນໃຫ້ບໍລິການບັນດາທ່ານທຸກວັນຕອນເຊົ້າ 9-12 ໂມງ (ວັນຈັນ ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.

    ສໍາລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກໍານົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງໃນເຂດທີ່ມີການລະບາດໃນຊຸມຊົນ.

    ການໃຫ້ບໍລິການສັກວັກຊິນ ຍັງສືບຕໍ່ຄືເກົ່າ ຈຸດທີ 1 ຢູ່ສູນການຄ້າລາວໄອເຕັກ ຈຸດທີ 2 ຢູ່ວັດຈີນ ບ້ານດົງປາແລບ ຈຸດທີ 3 ຢູ່ໂຮງໝໍເມືອງ 9 ຕົວເມືອງ ສໍາລັບບ້ານແດງ ຈະມີທີມເຄື່ອນທີ່ລົງໃຫ້ບໍລິການໃນເຂດບ້ານຂອງທ່ານ

    ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ວັນທີ 22 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນທັງໝົດ 1.965 ຄົນ ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 115 ສູນ ແລະ 55 ໂຮງແຮມ ມີຜູ້ຈໍາກັດບໍລິເວນ 6.930 ຄົນ.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!