ໂຄວິດ-19 ສົ່ງຜົນກະທົບຕໍ່ການຮຽນ-ການສອນຂອງນັກຮຽນ ແລະ ຄູ-ອາຈານ

    ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການຮຽນການສອນພາກປົກກະຕິຂອງນັກຮຽນ ແລະ ຄູ-ອາຈານໃນທຸກຊັ້ນ ທຸກສາຍ ຂອງຂະແໜງການສຶກສາ ຊຶ່ງປັດຈຸບັນ ໄດ້ມີການຫັນປ່ຽນຮູບແບບການຮຽນ-ການສອນ ສົ່ງຄວາມຮູ້ໃຫ້ນັກຮຽນຜ່ານທາງອອນລາຍ.

    ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ຮັບຜິດຊອບວຽກງານວິຊາການ ໃຫ້ສຳພາດ ເມື່ອວັນທີ 22 ກັນຍາ 2021 ຜ່ານມາວ່າ: ການຮຽນອອນລາຍໃນໄລ​ຍະໂຄວິດ-19 ມີການລະບາດຮອບໃໝ່ນີ້ ມີຂໍ້ສະດວກຄື ເກືອບ 90% ທາງໂຮງຮຽນມີຄູທີ່ມີປະສົບການໃນການສິດສອນ ມີຄວາມຊໍານານງານ ໄດ້ຜ່ານການເຝິກອົບຮົມການນໍາໃຊ້ເຄື່ອງອຸປະກອນສື່ ການຮຽນ-ການສອນ ແຕ່ສິ່ງທ້າທາຍ ມີຄູຈຳນວນໜຶ່ງຍັງບໍ່ສາມາດເຂົ້າເຖິງສື່ການສອນດັ່ງກ່າວໄດ້ດີເທົ່າທີ່ຄວນ ແຕ່ໄດ້ມີການເຝິກອົບຮົມໃຫ້ມີຄວາມເຂົ້າໃຈ ແລະ ສາມາດນໍາໃຊ້ສື່ດັ່ງກ່າວໄດ້ 100% ແຕ່ກໍຍັງມີຜູ້ປົກຄອງບາງຄົນບໍ່ມີເຄື່ອງນໍາໃຊ້ສະມາດໂຟນ ທາງໂຮງຮຽນກໍໄດ້ກັອບປີ້ບົດຮຽນສົ່ງຜ່ານຜູ້ປົກຄອງ ຫຼື ໃຫ້ຜູ້ປົກຄອງມາຮັບເອົາວຽກບ້ານໄປໃຫ້ລູກຫຼານຢູ່ເຮືອນ ຂໍ້ຫຍຸ້ງຍາກອີກອັນໜຶ່ງ ທາງດ້ານອິນເຕີເນັດຍັງຊັກຊ້າ ເຊິ່ງທາງໂຮງຮຽນໄດ້ເຮັດບົດສອນອອກເປັນ 2 ແບບ ສົ່ງທາງວັອດແອັບ ແລະ ຜ່ານໂປ​ຣແກຣມ Google meet ແລະ zoom ສອນທຸກວິຊາຕາມຕາຕະລາງການຮຽນຂອງໂຮງຮຽນວາງອອກ.

    ຜ່ານການປະເມີນການຮຽນທາງອອນລາຍຂອງໂຮງຮຽນ ມສ ວຽງຈັນ ເຫັນວ່າມີຈຸດດີຄື: ໄດ້ລິເລີ່ມການຮຽນ-ການສອນຢ່າງຕໍ່ເນື່ອງ ຄາດວ່າໃນອາທິດຕໍ່ໄປ ການຮຽນຈະລ່ຽນໄຫຼດີຂຶ້ນກວ່າເກົ່າ ສາມາດຕີລາຄາການຮຽນ-ການສອນທາງອອນລາຍໄດ້ 90% ສຳລັບແຜນການໃນຕໍ່ໜ້າ ທາງໂຮງຮຽນຈະອັດວິດີໂອສົ່ງໃຫ້ນັກຮຽນ ສືບຕໍ່ເຮັດບົດຮຽນເປັນພາວເວີພອຍ ສົ່ງໃຫ້ນັກຮຽນທາງວັອດແອັບ ສອນຜ່ານທາງ google meet ເພື່ອໃຫ້ນັກຮຽນໄດ້ຮຽນຢ່າງຕໍ່ເນື່ອງ ມີຄວາມປອດໄພ ຫ່າງໄກຈາກພະຍາດໂຄວິດ-19.

    ນາງ ລັດດາວັນ ພິນິດ ນັກຮຽນຊັ້ນ ມ6 ໂຮງຮຽນ ມສ ວຽງຈັນ ກ່າວວ່າ: ການຮຽນອອນລາຍຢູ່ເຮືອນແມ່ນດີຫຼາຍ ເຮັດໃຫ້ໄດ້ຮຽນປົກກະຕິຕໍ່ເນື່ອງຕາມຫຼັກສູດການຮຽນ ເຊິ່ງໄດ້ເລີ່ມຕົ້ນຮຽນອອນລາຍນັບແຕ່ວັນທີ 20 ກັນຍາ 2021 ເປັນຕົ້ນມາ ຮຽນຕາມຕາຕະລາງຂອງໂຮງຮຽນວາງອອກ ສິ່ງທ້າທາຍໃນການຮຽນອອນລາຍ ຍັງມີຂໍ້ຈຳກັດ ການຮຽນມີຫຼາຍຄົນ ອີນເຕີເນັດຍັງຊັກຊ້າ ແລະ ອື່ນໆ ແຕ່ເພື່ອປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກ ເພື່ອໃຫ້ທຸກຄົນມີຄວາມປອດໄພຈາກພະຍາດໂຄວິດ-19 ຈຶ່ງມີຄຳສັ່ງປິດການຮຽນ-ການສອນ ໃຫ້ຮຽນທາງອອນລາຍຢູ່ເຮືອນ ຖືເປັນສິ່ງທີ່ດີ ເຮັດໃຫ້ການຮຽນບໍ່ຊັກຊ້າທີ່ຈະຕ້ອງລໍຖ້າ.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!