ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ຊີ້ນຳວຽກງານຕ້ານພະຍາດໂຄວິດ

    ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານດ້ານຕ່າງໆທີ່ເມືອງວິລະບູລີ ໃນວັນທີ 21 ກັນຍາ 2021 ໂດຍສະເພາະ ໄດ້ລົງເບິ່ງສະຖານທີ່ຕົວຈິງທີ່ຈະໃຊ້ເປັນໂຮງໝໍພາກສະໜາມ ແລະ ໃຊ້ເປັນສູນກັກກັນສຳລັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ທາງບໍລິສັດ ລ້ານຊ້າງມິເນໂຣນສ໌ ລີມີເຕັດ ຈະໃຊ້ເປັນສູນກັກກັນສຳລັບພະນັກງານຂອງບໍລິສັດຕົນ ຈາກນັ້ນ ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມເພື່ອຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງວິລະບູລີ ພ້ອມນັ້ນ ກໍຍັງໄດ້ຮັບຟັງການລາຍງານກ່ຽວກັບການແກ້ໄຂບັນຫາເຂດແດນລະຫວ່າງບ້ານໜອງກະປາດ ເມືອງບົວລະພາ ແຂວງຄຳມ່ວນ ແລະ ບ້ານຜາພິລາງ ເມືອງວິລະບູລີ ແຂວງສະຫວັນນະເຂດ.

    ໃນໂອກາດນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງວິລະບູລີ ໂດຍສະເພາະ ດ້ານການປ້ອງກັນ ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນເມືອງວິລະບູລີ ອໍານາດການປົກຄອງເມືອງວິລະບູລີໄດ້ເອົາໃຈໃສ່ເຂົ້າໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງ ແລະ ແຈ້ງການຕ່າງໆ ກ່ຽວກັບມາດຕະການປ້ອງກັນ ຄວບຄຸມ ແລະແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຂອງສູນກາງ ຂອງແຂວງ ວາງອອກຢ່າງເຂັ້ມງວດ.

    ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ລົງເບິ່ງສູນກັກກັນຂອງເມືອງ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເມືອງວິລະບູລີໄດ້ເອົາໂຮງຮຽນ ມສ ພູຄຳ ເປັນສູກກັກກັນຂອງເມືອງ ຕໍ່ມາທ່ານເຈົ້າແຂວງພ້ອມດ້ວຍຄະນະນຳຂອງແຂວງ ກໍໄດ້ລົງເບິ່ງພື້ນທີ່ຕົວຈິງໃນຂອບເຂດບ້ານຜາພິລາງ ທີ່ມີຊາຍແດນຕິດຈອດກັບບ້ານໜອງກະປາດ ເມືອງບົວລະພາ ແລະ ລົງບ້ານໂພນຄຳທີ່ມີຊາຍແດນຕິດຕິດຈອດກັບບ້ານນາໂມ້ ເມືອງໄຊບົວທອງ ແຂວງຄຳມ່ວນ ໂດຍໃນໂອກາດນີ້ ທ່ານເຈົ້າແຂວງກໍໄດ້ໂອ້ລົມກັບອຳນາດການປົກຄອງບ້ານທັງສອງບ້ານນີ້ດ້ວຍ.

# ຂ່າວ & ພາບ :  ສີພອນ ຈັນທະດາລາ

error: Content is protected !!