ຄໍາມ່ວນ ຖືເອົາວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເປັນບັ້ນຮົບໜຶ່ງຂອງແຂວງ

    ທ່ານ ພັທ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຄໍາມ່ວນ ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 (ຜູ້ຊີ້ນໍາກໍາລັງປ້ອງກັນ) ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວປະຈໍາແຂວງຄໍາມ່ວນວ່າ: ໂດຍປະຕິບັດຕາມຄໍາສັ່ງເລກທີ 08 ຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ແຜ່ລະບາດ ແລະ ຂະຫຍາຍເປັນວົງກວ້າງພາຍໃນແຂວງຄໍາມ່ວນ ແລະ ປະຕິບັດຕາມທິດຊີ້ນໍາຂອງຫົວໜ້າຄະນະສະເພາະກິດຂັ້ນແຂວງ ສະນັ້ນ ໃນນາມກໍາລັງປະກອບອາວຸດ ໂດຍສະເພາະແມ່ນກອງບັນຊາການທະຫານແຂວງ ໄດ້ຕົກລົງເຫັນດີເປັນເອກະພາບຈາກແຂວງ ໃນການນໍາໃຊ້ກໍາລັງເຂົ້າມາຮ່ວມສົມທົບກັບອໍານາດການປົກຄອງສະຫງົບສຸກກອງຫຼອນ ປກສ ແຂວງ ປກສ ເມືອງ ປກຊ-ປກສ ບ້ານ ແລະ ກໍາລັງກອງຕີພິເສດຈໍານວນໜຶ່ງ ກອງສືບຂ່າວ ໂດຍເຮັດວຽກກັບກຸ່ມບ້ານຈໍານວນ 45 ບ້ານພາຍໃນເທສະບານເມືອງ ເພື່ອປ້ອງກັນເວນຍາມຈຸດປິ່ນປົວ ໃນຈໍານວນ 5 ຈຸດ ແລະ ເຮັດໜ້າທີ່ສົມທົບໃນກຸ່ມບ້ານແດງຈໍານວນ 45 ບ້ານ ເຊິ່ງເຫັນວ່າເຮັດໜ້າທີ່ໄດ້ດີພໍສົມຄວນ ເພື່ອປ້ອງກັນ ປຸກລະດົມ ກ່າວເຕືອນ ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ແກ່ພໍ່ແມ່ປະຊາຊົນ.

    ໃນໄລຍະຜ່ານມາ ພວກເຮົາໄດ້ໃຊ້ກໍາລັງເຂົ້າໃນການສົມທົບຮ່ວມກັບອໍານາດການປົກຄອງ ໃນຈໍານວນ 45 ບ້ານ ໂດຍສະເພາະແມ່ນບ້ານແດງພາຍໃນເທສະບານເມືອງ ເຊິ່ງຫຼັກໆ ແມ່ນນໍາໃຊ້ເຂົ້າໃນການເກັບກໍາສະພາບການ ຕິດຕາມຈໍານວນຄົນເຂົ້າ-ອອກບ້ານ ຕາມສາຍທາງ ຜ່ານການຈັດຕັ້ງປະຕິບັດມາໃນໄລຍະໜຶ່ງ ເຫັນວ່າ ດ້ານຕັ້ງໜ້າແມ່ນໄດ້ເຮັດໜ້າທີ່ເຊື່ອມຊຶມຕາມແນວທາງ ຕາມມະຕິຄໍາສັ່ງຂອງແຂວງໄດ້ວາງອອກ ແລະ ໄດ້ຮ່ວມສົມທົບກັບອໍານາດການປົກຄອງ ກໍໄດ້ສັງເກດເຫັນວ່າພະນັກງານ ທະຫານ ຕໍາຫຼວດຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວໄປ ສ່ວນຫຼາຍແມ່ນມີຄວາມຮັບຮູ້-ເຂົ້າໃຈຫຼາຍກ່ຽວກັບລະບຽບການທີ່ທາງການໄດ້ວາງອອກ ເຫັນໄດ້ບົດບາດຄວາມສໍາຄັນ ແລະ ຄວາມອັນຕະລາຍຂອງພະຍາດດັ່ງກ່າວ.

    ສະນັ້ນ ຈຶ່ງເຫັນວ່າ ສະພາບໂດຍລວມພາຍໃນເທສະບານເມືອງທ່າແຂກ ແມ່ນມີຄວາມສະຫງົບໂດຍພື້ນຖານ ຈາກບັນຫາດັ່ງກ່າວນີ້ ມັນໄດ້ສະແດງອອກຢູ່ບ່ອນວ່າ ປາກົດການຫຍໍ້ທໍ້ຄືຄວາມຂາດເຂີນທາງດ້ານງົບປະມານເພື່ອຮັບໃຊ້ເຂົ້າໃນກໍາລັງ ແລະ ຍັງມີກຸ່ມຄົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈຕໍ່ຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນແຂວງໄດ້ວາງອອກ ໂດຍມີການສວຍໂອກາດ ແລະ ແອບອ້າງເພື່ອນໍາໃຊ້ຊ່ອງວ່າງຂອງລະບຽບກົດໝາຍ ເຮັດໃຫ້ປາກົດການຫຍໍ້ທໍ້ເກີດຂຶ້ນ ສ້າງຄວາມຫຍຸ້ງຍາກໃຫ້ແກ່ເຈົ້າໜ້າທີ່ເວນາຍາມຄົນເຂົ້າ-ອອກ.

    ສໍາລັບທິດທາງໃນຕໍ່ໜ້າ ແມ່ນຈະໄດ້ມີແຜນການເພື່ອຈັດຕັ້ງປະຕິບັດ ໂດຍການເຮັດໜັງສືຕົກລົງສໍາລັບຜູ້ທີ່ຈະໄປປະຕິບັດໜ້າທີ່ວຽກງານທາງການ ການໄປປະຈໍາການ ໂດຍສະເພາະແມ່ນພາກສ່ວນເຮັດໜ້າທີ່ສັງກັດລັດ ໃນໄລຍະຜ່ານມາ ເຊິ່ງຜ່ານການຕິດຕາມ ໂດຍສະເພາະກໍາລັງຂອງບ້ານພວກເພິ່ນ ແມ່ນໄດ້ມີການຜັດປ່ຽນກັນເວນຍາມ ລວມເຖິງອໍານາດການປົກຄອງ ການຈັດຕັ້ງບ້ານ ສ່ວນກໍາລັງທະຫານແຂວງ ລົງເຮັດໜ້າທີ່ຖືກບັນຈຸສັບຊ້ອນ ໃນແຕ່ລະຈຸດແມ່ນບໍ່ມີການຜັດປ່ຽນເວນຍາມ ເຊິ່ງໃນການເຮັດໜ້າທີ່ຕະຫຼອດ 24 ຊົ່ວໂມງ ແມ່ນຕ້ອງໄດ້ມີການລາຍງານໃຫ້ຜູ້ບັງຄັບບັນຊາໄດ້ຮັບຮູ້ໃນແຕ່ລະຈຸດ ສໍາລັບການເວນຍາມຈຸດປິ່ນປົວລວມມີທັງໝົດ 5 ຈຸດຄື: ສູນປິ່ນປົວ ມ.ປາຍ ທ່າແຂກມີ 3 ຈຸດ ສູນປິ່ນປົວຕະຫຼາດພະນົມພອນ ແລະ ສູນປິ່ນປົວໂຮງໝໍທະຫານແຂວງ.

    ທ່ານ ພັທ ສົມພານ ເມືອງຈັນ ໃນນາມຄະນະພັກ ກອງບັນຊາການທະຫານແຂວງ ກໍໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ ອໍານາດການປົກຄອງ ການຈັດຕັ້ງ ກໍາລັງ ປກຊ-ປກສ ແຂວງ ກໍາລັງ ປກຊ-ປກສ ເມືອງ ຈົ່ງໄດ້ຮ່ວມແຮງຮ່ວມໃຈເປັນນໍ້າໜຶ່ງໃຈດຽວ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຕັ້ງໜ້າປະຕິບັດໜ້າທີ່ໃຫ້ສໍາເລັດ  ປະສານສົມທົບ ແໜ້ນກັບແຕ່ລະພາກສ່ວນ ເພື່ອເຮັດໃຫ້ພະຍາດດັ່ງກ່າວຈາງຫາຍໄປຈົນກ້າວໄປເຖິງການກັບຄືນສູ່ສະພາບປົກກະຕິ.

# ຂ່າວ & ພາບ :  ສີພອນ

error: Content is protected !!