ສືບຕໍ່ຮ່ວມມືກັນ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19

    ຜ່ານການຈັດຕັ້ງປະຕິບັດນັບແຕ່ມື້ລ໋ອກດາວພາຍໃນນະຄອນຫຼວງວຽງຈັນ ແຕ່ວັນທີ 20 ກັນຍາ 2021 ຈົນເຖິງປັດຈຸບັນ ໂດຍລວມເຫັນວ່າ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ມີການປັບຕົວເຂົ້າ ກັບສະຖານະການ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ-19 ໂດຍສະເພາະ ຄຳສັ່ງຂອງທ່ານນາຍົກ ກໍຄືເຈົ້າຄອງນະຄອນຫຼວງ ເຮັດໃຫ້ສະພາບບັນຍາກາດໂດຍລວມ ໃນການປະຕິ ບັດດີຂຶ້ນ.

    ທີ່ໜ້າຊົມເຊີຍ ແມ່ນອ້າຍນ້ອງກຳລັງ ປກສ-ປກຊ ແລະ ອຳນາດການປົກຄອງ ພ້ອມທັງພໍ່ແມ່ປະຊາຊົນພາຍໃນນະຄອນຫຼວງວຽງຈັນ ພ້ອມກັນເອົາໃຈໃສ່ປະຕິບັດຕາມຢ່າງເຄ່ັງຄັດ ໃນການກັກຕົວບໍ່ເດີນທາງອອກຈາກເຮືອນໂດຍບໍ່ຈຳເປັນ ພິເສດແມ່ນອ້າຍນ້ອງປ້ອງກັນຄວາມສະຫງົບ ໄດ້ພ້ອມກັນເວນຍາມໃນແຕ່ລະຈຸດດ້ວຍຄວາມຮັບຜິດຊອບສູງ ທັງເວັນ ແລະ ກາງຄືນ.

    ເຖິງຢ່າງໃດກໍຕາມ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ນັບຈາກນີ້ໄປ ຈົ່ງພ້ອມ ໃຈກັນສືບຕໍ່ເຂັ້ມງວດເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການໃນຄັ້ງນີ້ ບໍ່ຈຳເປັນ ບໍ່ຕ້ອງເດີນທາງອອກຈາກ ເຮືອນ ມີສະຕິ ເປັນເຈົ້າການປ້ອງກັນຕົນເອງ ໃສ່ຜ້າອັດປາກ-ດັງ ໝັ່ນລ້າງມືດ້ວຍສະບູ ແລະ ເຈວລ້າງມື ຫຼີກລ່ຽງໄປໃນສະຖານທີ່ມີຄວາມສ່ຽງ ຮັກສາສຸຂະພາບຕົນເອງ ແລະ ສະມາຊິກພາຍໃນຄອບຄົວ ເພື່ອພ້ອມກັນຜ່ານວິກິດການຄັ້ງນີ້ໄປດ້ວຍກັນ ເຮັດໃຫ້ສະຖານະການກັບຄືນສູ່ສະພາບປົກກະຕິໂດຍໄວ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!