
ຊົມເຊີຍບັນດາອ້າຍນ້ອງ ນາຍ ແລະ ພົນທະຫານ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ຮ່ວມກັບສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດກິດຈະກຳຮັບບໍລິຈາກເລືອດ ໃນວັນທີ 27 ເມສາ 2020 ຜ່ານມາ ໂດຍມີທ່ານພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ພ້ອມດ້ວຍນາຍ ແລະ ພົນທະຫານພາຍໃນກອງເຂົ້າຮ່ວມ.

ທ່ານພັນເອກ ກົງທອງ ສຸຂະວົງ ກ່າວວ່າ: ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ເພື່ອສະໜອງຄວາມຕ້ອງການເລືອດຂອງຄົນເຈັບໃນໄລຍະວິກິດ “ພະຍາດລະບາດ COVID-19” ທາງນາຍ ແລະ ພົນທະຫານກອງພັນໃຫຍ່ພວກເຮົາ ໄດ້ຮ່ວມກັນບໍລິຈາກເລືອດຈຳນວນ 60 ຄົນ ເຊິ່ງຕາມປົກກະຕິແລ້ວ ໃນແຕ່ລະປີ ທາງກອງໄດ້ຮ່ວມກັບສູນເລືອດແຫ່ງຊາດ ຈັດກິດຈະກຳຮັບບໍລິຈາກເລືອດໃນທຸກໆປີ ແລະ ໃນວັນສຳຄັນຕ່າງໆຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ກິດຈະກຳດີໆແບບນີ້ຕໍ່ໄປ.

ທ່ານ ຈັນທະລາ ສຸກສາຄອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ນາຍ ແລະ ພົນທະຫານກອງພັນໃຫຍ່ທະຫານຮາບຍານເກາະທີ 11 ທີ່ໃຫ້ການປະກອບສ່ວນບໍລິຈາກເລືອດຢ່າງຕໍ່ເນື່ອງ ເພື່ອສະໜອງຄວາມຕ້ອງການເລືອດຂອງຄົນເຈັບໃນໄລຍະວິກິດ ເຊິ່ງໄລຍະນີ້ ບັນດາໂຮງຮຽນ ສະຖາບັນການສຶກສາຫຼາຍແຫ່ງ ໄດ້ຢຸດເຊົາການຮຽນ-ການສອນຊົ່ວຄາວ ບວກກັບຄວາມຕ້ອງການຊົມໃຊ້ເລືອດພັດມີຢ່າງຕໍ່ເນື່ອງ ສະເລ່ຍວັນລະ 80-100 ຖົງ ແຕ່ໃນທາງກັບກັນ ຜູ້ມາບໍລິຈາກເລືອດຢູ່ສູນເລືອດແຫ່ງຊາດ ບາງວັນກໍບໍ່ເຖິງ 20 ຖົງ ຈຶ່ງເຮັດໃຫ້ສູນເລືອດບໍ່ສາມາດຕອບສະໜອງເລືອດໄດ້ຢ່າງພຽງພໍ ຈຶ່ງຂໍຮຽກຮ້ອງມາຍັງພໍແມ່ປະຊາຊົນ ທ່ານຜູ້ໃຈບຸນທັງຫຼາຍ ຮ່ວມປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍເຫຼືອມະນຸດດ້ວຍກັນ ເພາະເລືອດຂອງທ່ານທຸກຢາດຢົດ ສາມາດກຳນົດເຕີມຕໍ່ຊີວິດໃຫ້ກັບຜູ້ທີ່ລໍຄວາມຫວັງຈາກທ່ານ.


